ຫວ​ຽດ​ນາມແລະຊ​ູ​ແອັດຮ່ວມ​ມື​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ແລະຊຸກ​ຍູ້​ກາ​ນ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ຕອນບ່າຍວັນທີ 15 ເມສາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຊູແອັດ Stefan Löfven ເພື່ອແລກປ່ຽນກ່ຽວກັບການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຊຸກຍູ້ການພົວພັນສອງຝ່າຍ.

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາມາດຕະການສັງລວມທີ່ຫວຽດນາມ ພວມຜັນຂະຫຍາຍແລະຄວາມຕັດສິນໃຈຂອງລັດຖະບານຫວຽດນາມໃນການຄວບຄຸມສະພາບການ, ປ້ອງກັນແລະສະກັດກັ້ນໂລກລະບາດແຜ່ລາມ. ບັນດາໝາກຜົນທີ່ຕັ້ງໜ້າເຊິ່ງຫວຽດນາມບັນລຸໄດ້ມາຮອດປັດຈຸບັນ, ໃນນັ້ນມີການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຫວຽດນາມກໍ່ຄືພົນລະເມືອງຕ່າງປະເທດທີ່ພວມດຳລົງຊີວິດແລະເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ຊູແອັດສ້າງເງື່ອນໄຂເບິ່ງແຍງດູແລທາງການແພດແລະໜູນຊ່ວຍຢ່າງສະດວກໃຫ້ແກ່ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດແລະເຮັດວຽກຢູ່ຊູແອັດໃນຊ່ວງເວລາທີ່ເກີດໂລກລະບາດນີ້.

ທ່ານກໍ່ສະແດງໃຫ້ເຫັນວ່າຫວຽດນາມພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນຂ່າວສານ, ບົດຮຽນແລະປະສົບການຂອງຕົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກັບຊູແອັດກໍ່ຄືເພີ່ມທະວີການຮ່ວມມືກັບບັນດາປະເທດແລະອົງການຈັດຕັ້ງສາກົນຮ່ວມແຮງຮ່ວມໃຈກັນຮັບມືກັບໂລກລະບາດ.

ສ່ວນທ່ານນາຍົກລັດຖະມົນຕີຊູແອັດໄດ້ຕີລາຄາສູງຕໍ່ໝາກຜົນອັນພົ້ນເດັ່ນຂອງຫວຽດນາມໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19ແລະປາດຖະໜາຢາກໃຫ້ສອງປະເທດມີການແລກປ່ຽນບົດຮຽນແລະເພີ່ມທະວີການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດນີ້ນັບທັງໃນຂອບເຂດສອງຝ່າຍແລະຫຼາຍຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ