ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມແລະຍີ່ປຸ່ນເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ຊາວ​ປະ​ມົງ ຫວຽດ​ນາມ ຕຶກ​ປາ​ທູ​ນາ

(vovworld) –  ​ວັນ​ທີ 5/2, ຢູ່​ນະ​ຄອນ ກູຍ​ເຍີນ, ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ແຂວງ ບີ່ງ​ດິ້ງ ໄດ້​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຍີ່​ປຸ່ນ - ຫວຽດ​ນາມ ຢູ່​ນະ​ຄອນ Sakai (ແຂວງ Osaka, ປະ​ເທດ ຍີ່​ປຸ່ນ) ໂດຍ​ທ່ານ Hitoshi Kato, ປະ​ທານ​ສະ​ມາ​ຄົມ​ນ​ຳ​ໜ້າ. ນະ​ທີ່ນີ້, ທ່ານ Hitoshi Kato ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ອຸ​ປະ​ຖຳ​ເຕັກ​ໂນ​ໂລຢ​ີ​ຕຶກ​ປາ​ທູ​ນາ​ຕື່ມ​ອີກ 20 ຊຸດ​ໃຫ້​ຊາວ​ປະ​ມົງແຂວງ ບິ່ງດິ້ງ, ຍົກ​ສູງ​ຄຸນ​ນະ​ພາບ​ປາ​ທູ​ນາ, ຮັບ​ປະ​ກັນ​ມາດ​ຖານ​​ຂາຍ​ປະ​ມູນຂອງ Sakai. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ບິ່ງດິ້ງ ໂຮ່ກວ​ກ​ຢູ​້ງ, ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແຂວງ ບິ່ງດິ້ງ ຈະ​ສ້າງ​ທ​ຸກ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ຢູ່ Sakai ຮ່ວມ​ມື​ສຳ​ເລັດ​ຜົນ.

        ແລະ​ກໍ່​ໃນ​ວັນ​ທີ 5/2, ຢູ່​ສະ​ຖານ​ທູດ ຍີ່​ປຸ່ນ ປະ​ຈຳ ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ເຊັນ​ສັນ​ຍາ​ຊ່ວຍ​ເຫຼືອຫຼ້າ​ໃຫ້​ໂຄງ​ການ “ປັບ​ປຸງ​ສຸ​ຂະ​ພາບ​ໃຫ້​ແມ່ ແລ​ະ ເດັກ​ຫາກໍ່​ເກີດ​​ຢູ່ແຂວງ ດ້ຽນ​ບຽນ” (ໄລ​ຍະ 3). ຈຳ​ນວນ​ເງິນ​ອຸ​ປະ​ຖຳ​ຂອງ​ລັດ​ຖະ​ບານ ຍີ່​ປຸ່ນ ມ​ີ​ມູນ​ຄ່າ 337.621 USD.


ຂ່າວ/ບົດ​ອື່ນ