ຫວຽດນາມແລະມາເລເຊຍເຈລະຈາກ່ຽວກັບບົດບັນທຶກຊ່ວຍຈຳໃນການຮັບສະໝັກແຮງງານ

ຫວຽດນາມແລະມາເລເຊຍເຈລະຈາກ່ຽວກັບບົດບັນທຶກຊ່ວຍຈຳໃນການຮັບສະໝັກແຮງງານ - ảnh 1
ການເຈລະຈາລະຫວ່າງ ຫວຽດນາມ ແລະ ມາເລເຊຍ
(ພາບ:TTXVN)

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 18-19/5, ຢູ່​ນະຄອນ​ບໍລິຫານ Putrajaya ຂອງ ມາ​ເລ​ເຊຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ທີ 3 ກ່ຽວ​ກັບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ລະຫວ່າງ ລັດຖະບານ ຫວຽ​ດນາມ ​ແລະ ມາ​ເລ​ເຊຍ ​ໃນ​ວຽກ​ເຮັດ​ງານ​ທຳ​ຂອງ​ຄົນ​ງານ​ຫວຽ​ດ ນາມ ຢູ່ ມາ​ເລ​ເຊຍ ​ແລະ ບົດ​ບັນ​ທຶກຊ່ວຍ​ຈຳລະຫວ່າງ 2 ລັດຖະບານ ກ່ຽວ​ກັບ​ການ​ຮັບ​ສະໝັກ​ ​ແລະ ຈັດ​ແບ່ງ​ແຮງ​ງານ ຫວຽດນາມ ຢູ່ ມາ​ເລ​ເຊຍ. ​ເຂົ້າ​ຮ່ວມ​ການ​ ເຈລະຈາ, ​ຝ່າຍ ຫວຽດນາມ ມີ​ຄະນະ​ຄຸ້ມ​ຄອງ​​ແຮງງານ ​ແລະ ນັກ​ຊ່ຽວຊານ​ຂຶ້ນກັບ​ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ, ຜູ້ຕາງໜ້າ​ໃຫ້​ກະຊວງ​ແຮງ​ງານ-​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ, ​ໂດຍທີ່​ປຶກສາ, ຫົວໜ້າ​ຄະນະ ທ່ານ​ນາງ ຫງວຽນ​ກິມ​ເຟື້ອງ ນຳ​ໜ້າ. ສ່ວນຝ່າຍ​ມາ​ເລ​ເຊຍ ​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຫຼ່ງຊັບພະຍາກອນ​ມະນຸດ ມາ​ເລ​ເຊຍ Wan Zulkfli Wan Setapa ນຳ​ໜ້າ. ໝາກຜົນ​ການ​ແລກປ່ຽນ​​ໃນການ​ເຈລະຈາ​ຄັ້ງ​ທີ 3 ​ໃຫ້​ເຫັນ​ວ່າ: 2 ຝ່າຍ​ໄດ້​ມານະ​ພະຍາຍາມ ​ແລະ ສຸມ​ໃສ່ປຶກສາ​ຫາລືບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຈາກ ການ​ເຈລະຈາ 2 ຄັ້ງ​​ເມື່ອກ່ອນ ​ແລະ ປະຕິບັດ​ສຳ​ເລັດ​ເອກະສານ​ສຳລັບ​ບັນດາ​ເນື້ອ​ໃນທີ່​ໄດ້​ຮັບ​ການ​ເຫັນ​ດີ​ຈາກ 2 ຝ່າຍ.


ຂ່າວ/ບົດ​ອື່ນ