(vovworld) - ຫວ່າງແລ້ວນີ້, ອົງການອາວະກາດສະຫະພັນລັດເຊຍ (Roscosmos) ແລະ ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ (VAST) ໄດ້ພ້ອມກັນລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ເປີດກວ້າງການຮ່ວມມືໃນຂົງເຂດຮ່ວງອາວະກາດ. ຕາມບົດບັນທຶກທີ່ໄດ້ລົງນາມ, ຄາດວ່າ Roscosmos ແລະ VAST ຈະພັດທະນາການຮ່ວມມືໃນບັນດາຂົງເຂດບຸລິມະສິດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ສຳຫຼວດໜ່ວຍພິພົບ, ສຳຫຼວດຫ່ວງອາວະກາດ, ບັນດາການບໍລິການສົ່ງດາວທຽມ... Roscosmos ແລະ VAST ຈະເຂົ້າຮ່ວມການປະຕິບັດບັນດາໂຄງກາງລວມ, ນຳໃຊ້ແຫຼ່ງກຳລັງຂອງທັງ 2 ປະເທດ. ເພື່ອສົມທົບກັນປະຕິບັດບັນດາໂຄງການແຫ່ງຊາດ, 2 ຝ່າຍຈະສົ່ງເສີມການສ້າງຕັ້ງກຸ່ມປະຕິບັດງານລວມລັດເຊຍ - ຫວຽດນາມ ກ່ຽວກັບການຮ່ວມມືໃນຂົງເຂດຮ່ວງອາວະກາດ.