ຫວຽດນາມແລະລາວສືບຕໍ່ເພີ່ມທະວີການຮ່ວມມືຄຸ້ມຄອງຊັບພະຍາກອນປ່າໄມ້

ຫວຽດນາມແລະລາວສືບຕໍ່ເພີ່ມທະວີການຮ່ວມມືຄຸ້ມຄອງຊັບພະຍາກອນປ່າໄມ້ - ảnh 1
ກວດກາປ່າໄມ້ເຂດຊາຍແດນຫວຽດນາມ - ລາວ
(ພາບ: baomoi.com)

(vovworld) –  ຫວ່າງ​ແລ້ວນີ້​ ຢູ່​ນະຄອນຫລວງ ວຽງ​ຈັນ (ລາວ) ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫຼຸບ​ການ​ຈັດ​ຕັ້ງ​ປະຕິບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະຫວ່າງ​ກົມ​ກວດກາ​ປ່າ​ໄມ້ ລາວ ​ແລະ ກົມ​ກວດກາ​ປ່າ​ໄມ້ ຫວຽດນາມ. ທີ່​ກອງ​ປະຊຸມ, 2 ຝ່າຍ​ຕີ​ລາຄາ​ຄືນ​ບັນດາ​ໝາກຜົນ​ໃນ​ການ​ພົວພັນ​ຮ່ວມ​ມື​ຂອງ​ຂະ​ແໜງ​​ປ່າ​ໄມ້ 2 ປະ​ເທດ ຊຶ່ງ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ; ​ແລກປ່ຽນ​ບັນດາ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄຸ້ມຄອງ, ກໍ​ຄື​ບັນດາ​ເອກະສານ​ນິຕິ​ກຳ​ໃໝ່, ນະ​ໂຍບາຍ​ຕ່າງໆ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ປົກ​ປັກ​ຮັາສາ​ຊັບພະຍາກອນ​ປ່າ​ໄມ້​ຂອງ​ແຕ່ລະ​ປະ​ເທດ.

           ທັງ 2 ຝ່າ​ຍຖື​ວ່າ: ຫວຽດນາມ ​ແລະ ລາວ ພ້ອມ​ກັນ​ສ້າງ​ແຜນການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ປ່າ​ໄມ້ລະ​ຫວ່າງ​ບັນດາ​ແຂວງ​ຂອງ 2 ປະ​ເທດ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ; ພ້ອມ​ທັງ​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ໄລຍະ 2013 – 2017, ພ້ອມກັນ​ຊຸກຍູ້​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ, ຄຸ້ມ​ຄອງ ​ແລະ ຂຸດ​ຄົ້ນ​ຊັບ​ພະຍາກອນ​ປ່າ​ໄມ້, ກໍ​ຄື​ຕໍ່ສູ້​ສະກັດ​ກັ້ນ​ການ​ຂົນ​ສົ່ງ​ຊັບ​ພະຍາກອນ​ປ່າ​ໄມ້​ທີ່​ຜິດ​​ກົດໝາຍ ຜ່ານ​ຊາຍ​ແດນ​ ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ