ຫວຽດນາມແລະສ.ເກົາຫຼີຍູ້ແຮງການຮ່ວມມືໃນຂົງເຂດປຸງແຕ່ງອາຫານ
ພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU)
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – “ສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດໃນຂົງເຂດຜະລິດປຸງແຕ່ງອາຫານ ແລະ ເຄື່ອງດື່ມຢູ່ ຫວຽດນາມ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະກາ ໂດຍກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ສົມທົບກັບສູນ ອາຊຽນ - ສ.ເກົາຫຼີ (AKC) ຈັດຕັ້ງຢູ່ນະຄອນຫລວງ Seoul, ສ.ເກົາຫຼີ ໃນວັນທີ 01/06. ກອງປະຊຸມສຳມະນາ ເພື່ອແນໃສ່ຊ່ວຍວິສາຫະກິດ 2 ປະເທດຊອກຫາບັນດາກາລະໂອກາດຮ່ວມມືໃນຂົງເຂດສະບຽງອາຫານ ແລະ ເຄື່ອງດື່ມໃນໄລຍະຈະມາເຖິງ. ທີ່ກອງປະຊຸມສຳມະນາ, ການນຳ 2 ແຂວງ ຫວີງລອງ ແລະ ອານຢາງ ຂອງ ຫວຽດນາມ ແນະນຳກ່ຽວກັບສະພາບແວດລ້ອມ, ນະໂຍບາຍບຸລິມະສິດແຫ່ງການລົງທຶນ ແລະ ທ່າແຮງພັດທະນາຂະແໜງອຸດສາຫະກຳສະບຽງອາຫານຢູ່ ຫວຽດນາມ ກໍ່ຄືຮຽກຮ້ອງການລົງທຶນເຂົ້າບັນດາໂຄງການລະອຽດຂອງທ້ອງຖິ່ນຕົນ. ທ່ານ ຕ້າຮ່ວາງລີງ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ສ.ເກົາຫຼີ ສາມາດໜູນໃຊ້ແຫຼ່ງວັດຖຸດິບຢ່າງອຸດົມສົມບູນຢູ່ ຫວຽດນາມ, ສົມທົບກັບເຕັກໂນໂລຢີຂອງຕົນ ເພື່ອລົງທຶນໃນການຜະລິດປຸງແຕ່ງອາຫານ, ສະໜອງໃຫ້ຕະຫລາດ ຫວຽດນາມ ແລະ ບັນດາຕະຫລາດ ເຊິ່ງ ຫວຽດນາມ ໄດ້ລົງນາມໃນ FTA.
ໃນຂອບເຂດກອງປະຊຸມສຳມະນາ, ກົມສົ່ງເສີມການຄ້າຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກົມໜູນຊ່ວຍວິສາຫະກິດພາຍຫລັງ FTA ຂຶ້ນກັບກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຮ່ວມມືສົ່ງເສີມດ້ານການຄ້າ ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດ 2 ປະເທດປະຕິບັດ FTA ຫວຽດນາມ - ສ.ເກົາຫຼີ.