ຫວຽດນາມແລະອັກຊັງຕີນປັບປຸງການພົວພັນຮ່ວມມື ວັນອັງຄານ ທີ 6 ທັນວາ ຄ.ສ. 2016 | 16:46:39 (ພາບປະກອບຈາກ 123RF) (vovworld) – ວັນທີ 5/12, ຢູ່ນະຄອນຫຼວງ Buenos Aires, ອັກຊັງຕີນ ແລະ ຫວຽດນາມ ໄດ້ດຳເນີນວາລະທາບທາມການເມືອງ ຄັ້ງທີ 7, ເພື່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ. ທີ່ການເຮັດວຽກ, ທ່ານ Carlos Foradori, ຮອງລັດຖະມົນຕີການຕ່າງປະເທດປະເທດເຈົ້າພາບ ແລະ ທ່ານ ດັ້ງດິ່ງກູ໋ຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເປັນເອກະພາບສືບຕໍ່ປັບປຸງການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີເວທີປາໄສຮ່ວມມື ອາເມລິກາ ລາຕີນ ແລະ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເນັ້ນໜັກຄວາມສຳຄັນຂອງການແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາເຊື່ອມໂຍງເຂົ້າກັບພາກພື້ນ, ອົບພະຍົບ, ປ້ອງກັນ, ຕ້ານການຄ້າມະນຸດ ແລະ ບັນດາການເຄື່ອນໄຫວອາດຊະຍາກຳມີການຈັດຕັ້ງ. ທ່ານຮອງລັດຖະມົນຕີ Foradori ໄດ້ສະແດງຄວາມປາດຖະໜາວ່າ ເພີ່ມທະວີການຮ່ວມມືກັບບັນດາປະເທດ ອາຊີ - ປາຊີຟິກ, ກໍ່ຄືການເຂົ້າຮ່ວມສົນທິສັນຍາໄມຕິຈິດ ແລະ ການຮ່ວມມື ອາຊຽນ. Tag vovworld Buenos Aires ຂ່າວ/ບົດອື່ນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກັນຍາ ຄວາມເຄັ່ງຕຶງ ພາກຕາເວັນອອກກາງ: Hezbollah ຖະແຫຼງເປີດສົງຄາມກັບ ອິດສະລາແອັນ ການເລືອກຕັ້ງ ອາເມລິກາ 2024: ທ່ານນາງ Kamala Harris ພວມມີທ່າໄດ້ປຽບຕໍ່ທ່ານ Donald Trump
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກັນຍາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ