ການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ ການປ້ອງກັນຊາດ ຄັ້ງທີ 4 ລະຫວ່າງຫວຽດນາມ ແລະ ອົດສະຕາລີ
ພາບ:vtv |
(vovworld)- ວັນທີ 21/11, ຫວຽດນາມ ແລະ ອົດສະຕາລີ ໄດ້ຈັດຕັ້ງການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ ການປ້ອງກັນຊາດ ຄັ້ງທີ 4 ຢູ່ ຮ່າໂນ້ຍ. ຄະນະຜູ້ແທນຫວຽດນາມ ໂດຍພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ ດັ້ງດີງກູຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວຫນ້າຄະນະ. ຄະນະຜູ້ແທນ ອົດສະຕາລີ ໂດຍທ່ານ Rebecca Skinner, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕາລີ ແລະ ທ່ານ Gary Quinlan, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນຫົວຫນ້າຄະນະ. ທີ່ການເຈລະຈາ, ສອງຝ່າຍໄດ້ຢືນຢັນຢ່າງແຮງເຖິງການປະສານສົມທົບ ແລະ ການຮ່ວມມືໃນບັນດາຂົງເຂດ:ການເມືອງ, ເສດຖະກິດ ການຄ້າ ການລົງທຶນ, ການປ້ອງກັນຄວາມສະຫງົບ ປ້ອງກັນຊາດ, ການສຶກສາບຳລຸງສ້າງ, ການຫນູນຊ່ວຍພັດທະນາວິທະຍາສາດເຕັກໂນໂລຊີ, ການພົບປະແລກປ່ຽນປະຊາຊົນ, ຊຸກຍູ້ການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ແລະ ການປ້ອງກັນຊາດຂອງສອງປະເທດ. ອົດສະຕາລີ ຢືນຢັນ ສະຫນັບສະຫນູນ ແລະ ຈະຕັ້ງຫນ້າຫນູນຊ່ວຍຫວຽດນາມ ໃນບົດບາດເປັນປະເທດເຈົ້າພາບປີ APEC 2017. ສອງຝ່າຍເຫັນດີປັບປຸງ ແລະ ຍູ້ແຮງການຮ່ວມມືທີ່ບັນດາອົງການຈັດຕັ້ງພາກພື້ນ. ສອງຝ່າຍເຊີດຊູຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ ຢູ່ພາກພື້ນ. ສອງຝ່າຍເຫັນດີຈະຈັດຕັ້ງການເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີການຕ່າງປະເທດ ການປ້ອງກັນຊາດ ຫວຽດນາມ - ອົດສະຕາລີ ຄັ້ງທີ 5 ໃນປີ 2017 ຢູ່ ອົດສະຕາລີ.