ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືດ້ານກະສິກຳ
ຫວຽດນາມແລະອິນເດຍເພີ່ມທະວີການຮ່ວມມືດ້ານກະສິກຳ
(ພາບ: TTXVN)
(vovworld) - ໃນຂອບເຂດການຢ້ຽມຢາມອິນເດຍ, ວັນທີ 30/9, ຄະນະຜູ້ແທນກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ໂດຍທ່ານລັດຖະມົນຕີຊ່ວຍວ່າການ ຫວູວັນຕ໋າມ ນຳໜ້າ, ມີການພົບປະ, ເຮັດວຽກກັບລັດຖະມົນຕີວ່າການກະຊວງກະສິກຳອິນເດຍ Sanjeev Balyan. ສອງຝ່າຍເຫັນດີຊຸກຍູ້ການສ້າງຕັ້ງກຸ່ມປະຕິບັດງານລວມ ເພື່ອພິຈາລະນາກາລະໂອກາດຮ່ວມມື, ກວດກາບັນດາເນື້ອໃນທີ່ໄດ້ຮັບການລົງນາມ ແລະ ຊອກຫາວິທີແກ້ໄຂຄວາມຕິດຂັດ, ສິ່ງກີດຂວາງໃຫ້ແກ່ການແລກປ່ຽນຜະລິດຕະພັນກະເສດລະຫວ່າງສອງປະເທດ. ທ່ານລັດຖະມົນຕີ Balyan ເນັ້ນໜັກວ່າ, ກະສິກຳ ແມ່ນທ່າແຮງຂອງອິນເດຍ ແລະ ມີຜະລິດຕະພັນກະເສດຫຼາຍປະເພດຂອງອິນເດຍ ຖືກສົ່ງອອກຫວຽດນາມ. ທ່ານລັດຖະມົນຕີ Balyan ເຊື່ອໝັ້ນວ່າ, ຫວຽດນາມ ແລະ ອິນເດຍ ມີຫຼາຍກາລະໂອກາດຮ່ວມມືໃນຂົງເຂດກະສິກຳ, ພິເສດແມ່ນໃນຂົງເຂດລ້ຽງສັດ, ປູກຝັງ ແລະ ພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນບົດຮຽນກັບຫວຽດນາມ ໃນບັນດາຂົງເຂດນີ້.