ຫວຽດນາມແລະອານເຊຣີເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ

ຫວຽດນາມແລະອານເຊຣີເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ - ảnh 1
​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອານ​ເຊ​ຣີ
(ພາບ: baotintuc)

(vovworld) - ​ ​​​​ວັນ​ທີ 30/05, ສະ​ຖານ​ທູ​ດ​ຫວຽດ​ນາມ ແລະ ອົງ​ການ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ ອານ​ເຊ​ຣີ ໄດ້​ສົມ​ທົບ​ກັບ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ເຂດ Medea, ປະ​ເທດ​ອານ​ເຊ​ຣີ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອານ​ເຊ​ຣີ ເພື່ອ​ແນ​ໃສ່​ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າລະ​ຫວ່າງ 2 ປະ​ເທ​ດ. ຢູ່​ທີ່ນີ້, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ຜ່ານ​ງານ​ຕະ​ຫຼາດ​ນັດ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ເພື່ອ​ຊອກ​ຫາ​ຕະ​ຫຼາດ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຊອກ​ຫາ​ຄູ່​ຮ່ວມ​ມື​ເພື່ອ​ນຳ​ເຂົ້າ ແລະ ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸ​ປະ​ກອນ​ການ​ແພດ, ​ຜະ​ລິດ​ຕ​ະ​ພັນສິ​ລະ​ປະ​ຫັດ​ຖະ​ກຳ… ທ່ານ​ Hadef Abderrahmane, ຫົວ​ໜ້າ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ເຂດ Medea ເນັ້ນ​ໜັກ​ວ່າ, ອາ​ນ​ເຊ​ຣີ ແມ່ນ​ຕະ​ຫຼາດ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ພວມ​ເລີ່ມ​ດຶງ​ດູດ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ. ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືເພື່ອ​ຜົນ​ປະ​ໂຫຍດ​ລວ​ມ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ວູ​ເທ໋​ຫຽບ ປ​າດ​ຖະ​ໜາ​ວ່າ, ການ​ນຳ 2 ປະ​ເທດ​​ຄວ​ນ​ເ​ອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ວິ​ສາ​ຫະ​ກິດກວ່າ​ອີກ; ສ້າງ​ເງື່ອນ​ໄຂ​ ແລະ ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ສະດວກກວ່າ​ໃຫ້​ເປັ​ນ​ບັນ​ດາ​ວິ​ສາ​ຫະ​ກິດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ.

ຂ່າວ/ບົດ​ອື່ນ