ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳແລະທ່ອງທ່ຽວ
ຫວຽດນາມແລະອາເມລິກາເພີ່ມທະວີ
ການຮ່ວມມືໃນຂົງເຂດວັດທະນະທຳແລະທ່ອງທ່ຽວ
(ພາບ: dantri.com.vn)
(vovworld) - ໃນຂອບເຂດ “ຊຸມວັນວັດທະນະທຳຫວຽດນາມ ຢູ່ອາເມລິກາ”, ວັນທີ 10/08, ທ່ານລັດຖະມົນຕີວ່າການ ຮ່ວາງຕວນແອງ ແລະ ຄະນະປະຕິບັດງານຂອງກະຊວງວັດນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີການເຮັດວຽກກັບກະຊວງການຕ່າງປະເທດອາເມລິກາ. ທີ່ການເຮັດວຽກກັບທ່ານ Richard Stengel, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ໃຫ້ຮູ້ວ່າ, ຫວຽດນາມ ແລະ ອາເມລິກາ ໄດ້ເພີ່ມທະວີການແລກປ່ຽນບັນດາຄະນະສິລະປະໄປສະແດງ, ແຂ່ງຂັນກິລາຢູ່ 2 ປະເທດ ແລະ ຮ່ວມມືພັດທະນາການທ່ອງທ່ຽວ. ພິເສດແມ່ນໃນຊຸມປີມໍ່ໆມານີ້, ອາເມລິກາ ໄດ້ກາຍເປັນນັກລົງທຶນຕ່າງປະເທດອັນດັບໜຶ່ງຢູ່ຫວຽດນາມ ໃນຂົງເຂດທ່ອງທ່ຽວ. ຈຳນວນນັກທ່ອງທ່ຽວອາເມລິກາ ມາຫວຽດນາມ ນັບມື້ນັບສູງ, ໄລ່ສະເພາະ 7 ເດືອນຕົ້ນປີ 2015, ມີນັກທ່ອງທ່ຽວອາເມລິກາມາຢ້ຽມຢາມຫວຽດນາມ ກວ່າ 300.000 ເທື່ອຄົນ. ທ່ານລັດຖະມົນຕີ ຮ່ວາງຕວນແອງ ສະເໜີໃຫ້ 2 ປະເທດຕ້ອງສືບຕໍ່ເພີມທະວີ, ຊຸກຍູ້ການຮ່ວມມືພັດທະນາດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອສົມກັບຄວາມສາມາດບົ່ມຊ້ອນຮ່ວມມືຂອງ 2 ຝ່າຍ.
ທ່ານລັດຖະມົນຕີຊ່ວຍວ່າການ Richard Stengel ໄດ້ເຫັນດີກັບຄຳເຫັນຂອງທ່ານ ຮ່ວາງຕວນແອງ ກ່ຽວກັບບັນດາໝາກຜົນອັນໃຫຍ່ຫຼວງຂອງການຮ່ວມມືຮອບດ້ານໃນຕະຫຼອດ 20 ປີຜ່ານມາລະຫວ່າງ 2 ປະເທດ. ຍ້ອນເຫດນັ້ນ, ເລື່ອງຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເພື່ອແນໃສ່ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານບັນດາການເຄື່ອນໄຫວສະແດງສິລະປະ, ດົນຕີງານປະສານສຽງ, ງານວາງສະແດງ ແລະ ບັນດາເຫດການວັດທະນະທຳ, ກິລາ ອື່ນໆລະຫວ່າງ 2 ປະເທດແມ່ນມີຄວາມຈຳເປັນທີ່ສຸດ.