(vovworld) - ເມື່ອຕອບສຳພາດນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ເມກຊີໂກ (19/05/1975 – 19/05/2015), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມກຊີໂກ ເລລິງລານ ເນັ້ນໜັກວ່າ, ທັງ 2 ປະເທດລ້ວນແຕ່ແມ່ນພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຂື່ອນ, ເປິີດປະຕູ ແລະ ມີຕະຫຼາດພາຍໃນທີ່ໃຫຍ່ຫຼວງ, ນອກຈາກນັ້ນ ປະຈຸບັນທັງ 2 ປະເທດພວມຍູ້ແຮງການປະຕິຮູບດ້ານເສດຖະກິດ. ບັນດາປັດໃຈດັ່ງກ່າວພ້ອມກັບຄວາມສາມາດລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຂ້າມປາຊີຟິກ (TPP) ໂດຍໄວ ຈະເປີດກາລະໂອກາດທີ່ໃຫຍ່ຫຼວງເພື່ອໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ທ່ານເອກອັກຄະລັດຖະທູດ ເລລິງລານ ເນັ້ນໜັກຕື່ມອີກວ່າ: ເພື່ອຊຸກຍູ້ການຮ່ວມມື ແລະ ຂຸດຄົ້ນທ່າແຮງຂອງແຕ່ລະປະເທດຢ່າງມີປະສິດທິຜົນກວ່າ, 2 ຝ່າຍຄວນຍູ້ແຮງການຜັນຂະຫຍາຍບາງມາດຕະການຕາມການກຳນົດທິດຄື: ເພີ່ມທະວີການພົບປະແລກປ່ຽນທຸກຂັ້ນ, ຍູ້ແຮງການກໍ່ສ້າງ ແລະ ສ້າງສຳເລັດບັນດາກົນໄກຮ່ວມມື 2 ຝ່າຍ; ເພີ່ມທະວີການສະໜອງ ແລະ ແລກປ່ຽນຂໍ້ມູນກ່ຽວກັບນະໂຍບາຍ, ສະພາບແວດລ້ອມ, ກາລະໂອກາດດຳເນີນທຸລິກິດ…