ຫວຽດນາມແລະໄທເປັນ2ປະເທດກວມເກືອບ50%ປະລິມານເຂົ້າສານສົ່ງອອກໃນທົ່ວໂລກ

ຫວຽດນາມແລະໄທເປັນ2ປະເທດກວມເກືອບ50%ປະລິມານເຂົ້າສານສົ່ງອອກໃນທົ່ວໂລກ - ảnh 1
(ພາບປະກອບ)

(vovworld) –  ​​ ​ ຕອນ​ເຊົ້າ​ວັນ​ທີ 14/10 ຢູ່​ນະຄອນ​ໂຮ່ຈີ​ມິນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ສະ​ຖາ​ບັນ​ຄົ້ນຄວ້າ​ເຂົ້າສານ​ສາກົນ ​ແລະ ກຸ່ມ​ບໍ​ລິ​ສັດ Bayer ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ “​ເວທີ​ປາ​ໄສ​ອະນາຄົດ​ເຂົ້າສານ​ອາ​ຊຽນ” ຄັ້ງທີ 2 ປີ 2015.

        ທີ່​ເວທີ​ປາ​ໄສ, ມີນັກ​ວາງ​ນະ​ໂຍບາຍ ​ແລະ ນັກ​ຊ່ຽວຊານ​ກ່ຽວ​ກັບ​ເຂົ້າສານ​ 100 ກ່ວາ​ຄົ​ນທີ່ມາ​ຈາກ 5 ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ ອາ​ຊຽນ, ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ກາລະ​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ສິ່ງ​ທ້າ​ທາຍຂອງຂະ​​ແໜງ​ເຂົ້າສານ​ໃນ​ໄລຍະ​ປະ​ຈຸ​ບັນ. ​ເວທີ​ປາ​ໄສ ສຸມ​ໃສ່​​ບັນດາ​ບັນ​ຫາ​ສຳຄັນ​ຄື: ບົດບາດ​ຂອງ​ບັນດາ​ນະ​ໂຍບາຍ​ໃນ​ການ​ຊ່ວຍ​ເຫຼືອ​ຊາວ​ກະສິກອນ​ໜູນ​ໃຊ້​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ​ໃນ​ການ​ຜະລິດ​ເຂົ້າສານ; ວິ​ວັດ​ການ​ຫັນປ່ຽນ​ເສດຖະກິດ ​ແລະ ປ່ຽນ​ແປງຊັບພະ​ຍາກ​ອນມະນຸດໃນ​ພື້ນຖານ​ເສດຖະກິດ​ເຂົ້າສານ ອາ​ຊຽນ. ປະຈຸ​ບັນພາກ​ພື້ນ ອາ​ຊຽນ ປະກອບ 25% ປະ​ລິ​ມານ​ການ​ຜະລິດເຂົ້າສານ​ທົ່ວ​ໂລກ. ​ໄທ ​ແລະ ຫວຽດນາມ ​ແມ່ນ 2 ປະ​ເທດ​ສົ່ງ​ອອກ​ເຂົ້າ​ສານ​ຕົ້ນຕໍ​ຂອງ​ພາກ​ພື້ນ, ກວມ​ເກືອບ 50% ປະລິມານ​ການ​ຜະລິດເຂົ້າສານ​ສົ່ງ​ອອກ​ໃນ​ທົ່ວ​​ໂລກ.

ຂ່າວ/ບົດ​ອື່ນ