ຫວຽດນາມ-ໄທມຸ່ງໄປເຖິງຄາດໝາຍບັນລຸວົງເງິນການຄ້າ20ຕື້USD

ຫວຽດນາມ-ໄທມຸ່ງໄປເຖິງຄາດໝາຍບັນລຸວົງເງິນການຄ້າ20ຕື້USD - ảnh 1
ພາບ​ປະ​ກອບ

(vovworld) – ​​​ເພື່ອ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ 20 ຕື້ USD ໃນ​ປີ 2020, ໄລ​ຍ​ະ​ມໍ່ໆ​ມານີ້​, ຫວຽດ​ນາມ ແລ​ະ ໄທ​ ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ.

        ກະ​ຊວງ​ການ​ຄ້າ ໄທ ໃຫ້​ຮູ້​ວ່າ: ແຕ່​ວັນ​ທີ 20 – 22/7, ຢູ່ ບາງກອກ, 2 ປະ​ເທດ​ຈະ​ຈັດ​ຕັ້ງກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ດ້ານ​ການ​ຄ້າ 2 ຝ່າຍ ຄັ້ງ​ທີ 2 ເພື່ອ​ແນ​ໃສ່​ຊອ​ກ​ຫາ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຄ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ. ນ​ອກນັ້ນ, ໄທ​ມີ​ແຜນ​ການ​ພັດ​ທະ​ນາ​ຮ່ວມ​ມື​ດ້ານ​​ຄົມ​ມະ​ນາ​ຄົມຂົນ​ສົ່ງ​ກັບ ຫວຽດ​ນາມ​ຜ່ານ ລາວ, ສືບ​ຕໍ່​ຍູ້​ແຮງ​ກາ​​ນ​ລົງ​ທຶນ​ທະ​ນາ​ຄານ​ການ​ຄ້າ​ເຂົ້າ ຫວຽດ​ນາມ, ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ສິດ​ຊັບ​ສິນ​​ທາງ​ປັນ​ຍາ ແລະ ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທ​ຶນ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ໄທ ຍັງ​ສະ​ເໜີ​ໃຫ້ ຫວຽດ​ນາມ ເປີດ​ກ້​ວາງ​ຕະຫຼາດ​ໝາກ​ໄມ້​ສົດຫຼາຍ​ກ່​ວາ​ອີກ, ​ກ່ອນ​ທີ່ 2 ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ປະ​ຊ​າ​ຄົມ​ເສດ​ຖະ​ກິດ ອາ​ຊຽນ.

        ນີ້​ແມ່ນກອງ​ປະ​ຊຸມ​ໄດ​້​ຮັບ​ການ​ຈັດ​ຕັ້ງ​ກ່ອນ​ການ​ຢ້ຽມ​ຢາມ ໄທ ແລະ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸ​ມ​ຄະ​ນະ​ລັດ​ຖະ​ບານ ຫ​ວຽດ​ນາມ - ໄທ ​ຄັ້ງ​ທີ 3 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູ້ງ ໃນ​ວັນ​ທີ 23/7 ຈະ​ມາ​ເຖິງ.

                        

 



ຂ່າວ/ບົດ​ອື່ນ