ຫວຽນາມ ເຊີດຊູບັນດາຫຼັກການແກ່ນສານຂອງຂະບວນການບໍ່ຮ່ວມກຸ່ມ

(VOVWORLD) -ຈິດໃຈຄວາມສາມັກຄີ ແລະ ບັນດາຫຼັກການຂອງຂະບວນການບໍ່ຮ່ວມກຸ່ມ ແມ່ນແຫຼ່ງກຳລັງແຮງເພື່ອໃຫ້ຂະບວນການສາມາດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ.
ຫວຽນາມ ເຊີດຊູບັນດາຫຼັກການແກ່ນສານຂອງຂະບວນການບໍ່ຮ່ວມກຸ່ມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ
(ພາບ: TTXVN)

ວັນທີ 13 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ ດ້ວຍຫົວຂໍ້ “ບໍ່ຮ່ວມກຸ່ມ, ໃຈກາງຂອງຄວາມມານະພະຍາຍາມສາກົນຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ” ໂດຍ ອາແຊັກໄບຊານ, ປະເທດປະທານຂະບວນການບໍ່ຮ່ວມກຸ່ມ, ເປັນເຈົ້າພາບຈັດຕັ້ງທາງອອນລາຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢືນຢັນວ່າ, ຈິດໃຈຄວາມສາມັກຄີ ແລະ ບັນດາຫຼັກການຂອງຂະບວນການບໍ່ຮ່ວມກຸ່ມ ແມ່ນແຫຼ່ງກຳລັງແຮງເພື່ອໃຫ້ຂະບວນການສາມາດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນປະຈຸບັນ. ທ່ານລັດຖະມົນຕີເນັ້ນໜັກວ່າ, ໂດຍແມ່ນສະມາຊິກຕັ້ງໜ້າຂອງຂະບວນການບໍ່ຮ່ວມກຸ່ມ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດປີ 2020 – 2021, ຫວຽດນາມ ເຊີດຊູບັນດາຫຼັກການແກ່ນສານຂອງຂະບວນການບໍ່ຮ່ວມກຸ່ມ, ໃນນັ້ນມີການເຄົາລົບເອກະລາດຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ແກ້ໄຂບັນດາການຂັດແຍ້ງກັນສາກົນໂດຍສັນຕິວິທີ, ໂດຍສະເພາະແມ່ນໃນຄວາມມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ເນື່ອງໃນໂອກາດນີ້, ກອງປະຊຸມໄດ້ເຫັນດີຮັບສະຫະພັນລັດເຊຍ ເປັນປະເທດສັງເກດການຂອງຂະບວນການບໍ່ຮ່ວມກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ