(ພາບປະກອບ: THX/ TTXVN)
(vovworld) - ວັນທີ 2/1, ບັນດາເຈົ້າໜ້າທີ່ Yemenໃຫ້ຮູ້ວ່າ, ກຳລັງນິຍົມລັດຖະບານນີ້ ໄດ້ບຸກໂຈມຕີ ແລະດັບສູນ Ali Abed al-Rab bin Talab ຫົວໂປ່ຂັ້ນສູງຂອງເຄືອຂ່າຍກໍ່ການຮ້າຍສາກົນ Al-Qaeda, ພ້ອມກັບເປົ້າໝາຍອື່ນ 3 ຄົນຢູ່ແຂວງ Abyan, ທາງພາກໃຕ້ Yemen. ຂະບວນລົດຂອງ Ali Abed al-Rab bin Talab ຖືກບຸກໂຈມຕີໃນວັນທີ 1/1 ເມື່ອພວມໄປສູ່ນະຄອນທ່າ Aden ຢູ່ພາກໃຕ້ Yemen. Yemen ຖືກຕົກຢູ່ໃນສະພາບວຸ້ນວາຍ ນັບແຕ່ພວກທະຫານແຕກທັບ Houthi ໄດ້ຮັບການໜູນຫຼັງຈາກກຳລັງຈົ່ງຮັກພັກດີກັບປະທານາທິບໍດີຜູ້ຖືກໂຄ່ນລົ້ມ Ali Abdullah Saleh ຢືດຄອງນະຄອນຫຼວງ Sanaa ເມື່ອເດືອນ 9/2014, ຫຼັງຈາກນັ້ນໄດ້ຂະຫຍາຍໄປສູ່ພາກໃຕ້ເມື່ອເດືອນ 3/2015 ແລະ ຄວບຄຸມຫຼາຍເຂດຢູ່ Yemen.