(VOVWORLD) -ທ່ານ ສັງຄະລາດ ຫງວຽນດຶກເກື່ອງ ໄດ້ຢັ້ງຢືນວ່າ ຈະສືບຕໍ່ລະດົມຊາວຄຼິດຕັ້ງໜ້າປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ “ຢູ່ໃນສິນ, ກິນໃນທຳ” “ເຄົາລົບນັບຖືພຣະອົງ - ມີຄວາມຮັກຊາດ”
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ອວຍພອນ ວັນບຸນ ຄຼິດສະມາດຢູ່ເຂດຊາວຄຼິດ ແທັງຮ໊ວາ (ພາບ: TTXVN) |
ວັນທີ 21 ທັນວາ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພ້ອມກັບຄະນະປະຕິບັດງານ ໄດ້ລົງຢ້ຽມຢາມ, ອວຍພອນ ສັງຄະລາດ ຫງວຽນດຶກຈຸງ, ປະທານຄະນະກຳມະການ ຍຸຕິທຳ ແລະ ສັນຕິພາບ ຂຶ້ນກັບສະພາສັງຄະລາດ, ສັງຄະລາດເຂດຊາວຄຼິດ ແທັງຮ໊ວາ, ແລະ ບັນດາຄຸນພໍ່, ຜູ້ທີ່ມີຍົດສັກຕຳແໜ່ງ, ຊາວຄຼິດ ຢູ່ສຳນັກ ສັງຄະລາດ ແທັງຮ໊ວາ. ທ່ານນາງ ເຈືອງທິມາຍຢັ້ງຢືນວ່າ: ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນປີທີ່ຜ່ານມາ ໄດ້ມີການປະກອບສ່ວນຂອງບັນດາອົງການສາສະໜາເວົ້າລວມ ແລະ ຊາວຄຼິດເວົ້າສະເພາະ, ໃນນັ້ນມີ ເຂດຊາວຄຼິດ ແທັງຮ໊ວາ, ທ່ານນາງກໍ່ເຊື່ອໝັ້ນວ່າ ສັງຄະລາດ ຫງວຽນດຶກເກື່ອງ ແລະ ບັນດາຄຸນພໍ່ທີ່ມີຍົດສັກຕຳແໜ່ງ ຈະສືບຕໍ່ລະດົມພໍ່ແມ່ປະຊາຊົນຊາວຄຼິດເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຍົກສູງບົດບາດຄວາມຮັບຜິດຊອບຂອງ ພົນລະເມືອງ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນເຂົ້າໃນການພັດນາລວມຂອງ ປະເທດຊາດ ແລະ ແຂວງທັງຮ໊ວາໃຫ້ຫຼາຍກ່ວາອີກ.
ສ່ວນທ່ານ ສັງຄະລາດ ຫງວຽນດຶກເກື່ອງ ໄດ້ຢັ້ງຢືນວ່າ ຈະສືບຕໍ່ລະດົມຊາວຄຼິດຕັ້ງໜ້າປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ “ຢູ່ໃນສິນ, ກິນໃນທຳ” “ເຄົາລົບນັບຖືພຣະອົງ - ມີຄວາມຮັກຊາດ”, ປະກອບສ່ວນເຂົ້າການສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ.