ຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮຸຍເຣືອ ຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍແຂວງບັກນິງ
ທ່ານ ໂຕຮຸຍເຣືອ, ຫົວໜ້າຄະນະຈັດຕັ້ງສູນກາງ ຢ້ຽມຢາມ, ມອບຂອງຂວັນ
ໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ເມືອງ ຢາບິ່ງ, ແຂວງບັກນິງ
(ພາບ: TTXVN)
(vovworld) – ວັນທີ 12/02, ທ່ານ ໂຕຮຸຍເຣືອ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ເມືອງ ຢາບິ່ງ, ແຂວງບັກນິງ. ຢູ່ທີ່ນີ້, ທ່ານ ໂຕຮຸຍເຣືອ ເນັ້ນໜັກວ່າ: ພັກ ແລະ ລັດ ຍາມໃດກໍ່ຈົດຈຳບຸນຄຸນຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ ແລະ ເສຍອົງຄະ. ເພື່ອຊ່ວຍໃຫ້ບັນດາຄອບຄົວມີຊີວິດເປັນປົກກະຕິ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນຄົງ, ທ່ານ ໂຕຮຸຍເຣືອ ຮຽກຮ້ອງໃຫ້ແຂວງບັກນິງ, ເມືອງຢາບິ່ງ ແລະ ທ້ອງຖິ່ນຕ່າງໆໃນແຂວງຈົ່ງເອົາໃຈໃສ່, ສະຫງວນແຫຼ່ງກຳລັງເພື່ອໜູນຊ່ວຍບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກໃນບໍລິເວນແຂວງກວ່າອີກ, ພິເສດແມ່ນໃນໂອກາດບຸນເຕັດ, ເພື່ອໃຫ້ທຸກເປົ້າໝາຍນະໂຍບາຍໃນແຂວງລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ.