ຫົວໜ້າຄະນະຈັດຕັ້ງສູນກາງໂຕຮູຍເຮື໋ອພົບປະອະດີດນາຍົກລັດຖະມົນຕີຍີ່ປຸ່ນ
(ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮູຍເຣື໋ອ)
(vovworld) – ວັນທີ 17/9, ຢູ່ນະຄອນຫລວງ ໂຕກຽວ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງ ໂຕຮູຍເຣື໋ອ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ພົບປະກັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Hatto Yama. ນະທີ່ນີ້, ທ່ານ ໂຕຮູຍເຣື໋ອ ຂອບອົກຂອບໃຈທ່ານ Hatto Yama ກ່ຽວກັບການປະກອບສ່ວນສຳຄັນໃຫ້ການພົວພັນຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນຖານະເປັນນາຍົກລັດຖະມົນຕີກ່ອນນີ້, ກໍຄືໃນຖານະເປັນປະທານສະຖາບັນຄົ້ນຄວ້າອາຊີຕາເວັນອອກໃນປະຈຸບັນ. ດ້ວຍນ້ຳໃຈມິດຕະພາບສະໜິດສະໜົມຂອງປະຊາຊົນ 2 ປະເທດ, ການພົວພັນ ຫວຽດນາມ - ຍີ່ປຸ່ນ ບໍ່ພຽງແຕ່ເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ເທົ່ານັ້ນ, ຫາກຍັງແມ່ນການພົວພັນເພື່ອນມິດອັນສະໜິດສະໜົມອີກດ້ວຍ.
ແລະກໍໃນວັນດຽວກັນ, ທ່ານໂຕຮູຍເຣື໋ອ ພົບປະທ່ານສະມາຊິກສະພາສູງ Toshihiro Nikai, ປະທານພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຢູ່ສຳນັກງານພັກປະຊາທິປະໄຕເສລີ ຍີ່ປຸ່ນ. 2 ຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບແຜນການຮ່ວມມືລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ ຍີ່ປຸ່ນ ແລະ ພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽນດາມ ໃນໄລຍະຈະມາເຖິງ.