ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີ່ງ ຕ້ອນຮັບຜູ້ວ່າການທະນາຄານຮ່ວມມືສາກົນ ຍີ່ປຸ່ນ

(VOVWORLD) - ວັນທີ 17 ພຶດສະພາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tadashi Umeda, ຜູ້ວ່າການທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC). 
ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີ່ງ ຕ້ອນຮັບຜູ້ວ່າການທະນາຄານຮ່ວມມືສາກົນ ຍີ່ປຸ່ນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບີ່ງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານ, ແບ່ງປັນບັນດາຜົນປະໂຫຍດຍຸດທະສາດ. ທ່ານ ຫງວຽນວັນບີ່ງ ສະເໜີທະນາຄານຮ່ວມມືສາກົນ ຍີ່ປຸ່ນ ຊຸກຍູ້ການເຈລະຈາ ເພື່ອບັນລຸໄດ້ຄວາມເຫັນດີໂດຍໄວ, ຜັນຂະຫຍາຍການປະຕິບັດ, ຄົ້ນຄວ້າເປີດກ້ວາງບັນດາບ້ວງເງິນກູ້ຢືມທີ່ສະຫງວນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ຫຼື ຮ່ວມທຸລະກິດລະຫວ່າງວິສາຫະກິດ ຍີ່ປຸ່ນ - ຫວຽດນາມ ພ້ອມກັນຮ່ວມມືລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພື້ນຖານໂຄງລ່າງ ແລະ ພະລັງງານ.

        ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີ່ງ ຢືນຢັນວ່າ: ຫວຽດນາມ ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ທະນາຄານຮ່ວມມືສາກົນ ຍີ່ປຸ່ນ ກໍ່ຄືບັນດາວິສາຫະກິດ ຍີ່ປຸ່ນ ດຳເນີນທຸລະກິດຢູ່ ຫວຽດນາມ, ເຂົ້າຮ່ວມບັນດາໂຄງການຈຸດສຸມກ່ຽວກັບພະລັງງານ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ພັດທະນາພື້ນຖານໂຄງລ່າງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ