ຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບີ່ງ ຕ້ອນຮັບເອກອັກຄະລັດຖະທູດ ການາດາ ແລະ ຝຣັ່ງ ປະຈຳ ຫວຽດນາມ
(VOVWORLD) - ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ຂອງ ພັກກອມມູນິດ ຫວຽດນາມ ແມ່ນຢືດໝັ້ນເປົ້າໝາຍພັດທະນາພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ, ຕາມການກຳນົດທິດສັງຄົມນິຍົມ.
ທ່ານ ຫງວຽນວັນບີ່ງ ຕ້ອນຮັບທ່ານນາງ Ping Kitnikone |
ຕອນບ່າຍວັນທີ 25 ກັນຍາ, ທີ່ການຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Ping Kitnikone, ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ, ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ ຢືນຢັນວ່າ: ແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ຂອງ ພັກກອມມູນິດ ຫວຽດນາມ ແມ່ນຢືດໝັ້ນເປົ້າໝາຍພັດທະນາພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ, ຕາມການກຳນົດທິດສັງຄົມນິຍົມ. ຫວຽດນາມ ຈະຕັ້ງໜ້າປະຕິຮູບນະໂຍບາຍດຶງດູດການລົງທຶນເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃຫ້ນັບມື້ນັບສະດວກກ່ວາເກົ່າໃຫ້ບັນດານັກລົງທຶນ, ໃນນັ້ນມີບັນດາວິສາຫະກິດ ການາດາ. ທ່ານນາງເອກອັກຄະລັດຖະທູດ ການາດາ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ການາດາ, ເພື່ອແນໃສ່ເພີ່ມວົງເງິນການຄ້າ 2 ຝ່າຍ, ສົມກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ.
ທີ່ການຕ້ອນຮັບທ່ານ Bertrand Lortholary, ເອກອັກຄະລັດຖະທູດ ສ. ຝຣັ່ງ ປະຈຳ ຫວຽດນາມ, ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ ຢືນຢັນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ສ. ຝຣັ່ງ, ເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ຈະເປີດບັນດາທິດກ້າວເດີນໃໝ່ໃນບັນດາຂົງເຂດຫຼັກແຫຼ່ງ, ພິເສດແມ່ນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນ, ພິເສດແມ່ນໃນສະພາບການປີ 2018 ຈະແມ່ນປີສຳຄັນ, ເປັນຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານ ເອກອັກຄະລັດຖະທູດ ຝຣັ່ງ Bertrand Lortholary ຢືນຢັນວ່າ ຝຣັ່ງ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດຄື: ກະສິກຳ, ພື້ນຖານໂຄງລ່າງ, ສິ່ງແວດລ້ອມ, ສາທາລະນະສຸກ ແລະ ພິເສດແມ່ນບາງໂຄງການໃຫຍ່ໃນຂົງເຂດການບິນ, ທະນາຄານ.