ຫົວໜ້າບັນດາອົງການຕາງໜ້າການທູດຂອງຫວຽດນາມຢູ່ຕ່າງປະເທດມີຄວາມຮັບຜິດຊອບພັດທະນາການພົວພັນເລິກເຊິ່ງແລະແທດຈິງ

(VOVWORLD) - ຕອນບ່າຍວັນທີ 13 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽນດາມ ຫງວຽນທິກິມເງິນ ໄດ້ພົບປະສັງສັນກັບຫົວຫນ້າບັນດາອົງການການທູດ ຫວຽດນາມ ປະຈຳ ຕ່າງປະເທດອາຍຸການ 2017 -2020.
ຫົວໜ້າບັນດາອົງການຕາງໜ້າການທູດຂອງຫວຽດນາມຢູ່ຕ່າງປະເທດມີຄວາມຮັບຜິດຊອບພັດທະນາການພົວພັນເລິກເຊິ່ງແລະແທດຈິງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການພົບປະ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ: ຕໍ່ໜ້າບັນດາການຜັນແປຂອງສະພາບການການເມືອງ - ຄວາມໝັ້ນຄົງໂລກ ມີການປ່ຽນແປງຢ່າງວ່ອງໄວ, ໜ້າທີ່ຂອງຂະແໜງການທູດເວົ້າລວມ ແລະ ຂອງຫົວໜ້າບັນດາອົງການຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະຈະສັບສົນ ແລະ ໜັກໜ່ວງກ່ວາອີກ. ຫົວໜ້າບັນດາອົງການການທູດຂອງ ຫວຽດນາມ ຢູ່ຕ່າງປະເທດ ຕ້ອງແມ່ນບັນດາຜູ້ມີຄວາມຮັບຜິດຊອບພັດທະນາບັນດາການພົວພັນເລິກເຊິ່ງ ແລະ ແທດຈິງກ່ວາ:

        “ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ, ການເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງ, ກ້ວາງຂວາງ ໄດ້ເປີດກາລະໂອກາດໃໝ່ເພື່ອດຶງດູດບັນດາແຫຼ່ງກຳລັງຮັບໃຊ້ການພັດທະນາ, ຊຸກຍູ້ການປະຕິຮູບຢູ່ພາຍໃນປະເທດ. ບັນດາອົງການຕາງໜ້າຢູ່ຕ່າງປະເທດຄວນສົມທົບກັບບັນດາອົງການ, ສຳນັກງານ ແລະ ວິສາຫະກິດຢູ່ພາຍໃນປະເທດເພື່ອໂຄສະນາຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນຈາກຕ່າງປະເທດ, ສົ່ງເສີມການຄ້າ, ຊອກຫາ, ເປີດປະຕູຕະຫຼາດ, ແກ້ໄຂສິ່ງຂວາງປອດພາສີ, ສ້າງເຄື່ອງໝາຍການຄ້າ ແລະ ຊອກຫາສົ້ນອອກໃຫ້ແກ່ຜະລິດຕະພັນກະເສດ.”

ຕອບກັບ

ຂ່າວ/ບົດ​ອື່ນ