ຫົວໜ້າເສນາທິການທະຫານປະສົມ ສ. ຝຣັ່ງ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ຫົວໜ້າເສນາທິການທະຫານປະສົມ ສ. ຝຣັ່ງ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ພົນເອກ ຟູ່ງກວາງແທນ ໃຫ້ການຕ້ອນຮັບ ພົນເຮືອເອກ Edouard Guillaud
(ພາບ: qdnd.vn)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພົນ​ໂທ ​ໂດ໊ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ​ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານພົນ​ເຮືອ​ເອກ Edouard Guillaud, ຫົວໜ້າ​ເສນາ​ທິການ​ທະຫານ​ປະສົມ​ ສ.ຝຣັ່ງ ​ໄດ້ມາ​ຢ້ຽມຢາມ​ມິດຕະພາບ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 21 – 23/2. ພາຍຫຼັງ​ພິທີ​ຕ້ອນຮັບ​ເມື່ອ​ຕອນ​ບ່າຍ​ວັນ​ທີ 21/2, ທ່ານ​ພົນ​ໂທ ​ໂດ໊ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໄດ້​​ໃຫ້​ການ​ຕ້ອນຮັບ, ​ແລກປ່ຽນ​ກັບ ພົນ​ເຮືອ​ເອກ Edouard Guillaud ​ແລະ ຄະນະ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບາງ​ເນື້ອ​ໃນ, ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ​ແລກປ່ຽນ​ຄະນະ​ທະຫານ, ການ​ຮ່ວມ​ມື​ບຳລຸງ​ສ້າງ, ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ​ແລະ ​ເຄື່ອງ​ອຸປະກອນ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ວາລະ​ປະຊຸມ​ປະຈຳ​ຂອງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ຫວຽດນາມ - ຝຣັ່ງ ​ແລະ ສົມທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຝຣັ່ງ (1973 – 2013) ຢ່າງ​ມີ​ປະສິດທິ​ຜົນ.

​        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ພົນ​ເຮືອ​ເອກ Edouard Guillaud ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ