ຕອນເຊົ້າວັນທີ 18 ມັງກອນຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດໄດ້ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992. ແຕ່ປີ 1992 ມາຮອດປະຈຸບັນ, ການເຄື່ອນໄຫວດ້ານນິຕິບັນຍັດໄດ້ຮັບຄວາມເອົາເອົາໃຈໃສ່ຈາກສະພາແຫ່ງຊາດບົນພື້ນຖານ ລັດຖະທຳມະນູນປີ 1992 ແລະ ບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ. ການເຄື່ອນໄຫວຕິດຕາມກວດກາໄດ້ສຸມໃສ່ບັນດາບັນຫາທີ່ເຄັ່ງຮ້ອນໃນການດຳລົງຊີວິດ, ໂດຍກວມລວມບັນດາຂົງເຂດຂອງສັງຄົມເກືອບທັງໝົດ, ເປັນເຈົ້າການປະຕິບັດໜ້າທີ່, ສິດຂອງຕົນໃນການຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ, ໂດຍສະເພາະກ່ຽວກັບແຜນການພັດທະນາເສດຖະກິດສັງຄົມ, ຕົກລົງແຜນງົບປະມານແຫ່ງລັດ ແລະ ບັນດາໂຄງການ, ກິດຈະການກໍ່ສ້າງສຳຄັນຂອງປະເທດຊາດ. ການເຄື່ອນໄຫວຂອງສະພາແຫ່ງຊາດຢູ່ບັນດາກອງປະຊຸມນັບມື້ນັບມີປະຊາທິປະໄຕ, ປະສິດທິຜົນ ແລະ ມີການປ່ຽນແປງໃໝ່, ໄດ້ຮັບການຕິດຕາມ, ຊົມເຊີຍ ແລະ ຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ.
ຢູ່ທີ່ກອງປະຊຸມສະຫຼຸບ, ບັນດາຜູ້ແທນໄດ້ຖືວ່າ. ລັດຖະທຳມະນູນຕ້ອງກຳນົດບັນດາເປົ້າໝາຍທີ່ມີສິດນຳສະເໜີຂໍ້ລິເລີມດ້ານກົດໝາຍເຂົ້າໃນຮ່າງກົດໝາຍ, ໃຫ້ບຸລິມະສິດແກ່ການຍື່ນສະເໜີຂອງລັດຖະບານ, ຕອບສະໜອງຄວາມຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ. ກ່ຽວກັບການເຄື່ອນໄຫວຕິດຕາມກວດກາ, ລັດຖະທຳມະນູນຄວນສຸມໃສ່ບັນດາຕຳແໜ່ງໂດຍສະພາແຫ່ງຊາດຄັດເລືອກ ແລະ ໃຫ້ສັດຕະຍາບັນ. ລັດຖະທຳມະນູນກໍ່ຕ້ອງແຈ້ງກ່ຽວກັບບັນດາບັນຫາສຳຄັນຂອງປະເທດຊາດທີ່ຂື້ນກັບສິດຕັດສິນຂອງສະພາແຫ່ງຊາດ ແລະ ອື່ນໆ. ກ່ຽວກັບທີ່ຕັ້ງບົດບາດຂອງຄະນະປະຈຳສະພາແຫ່ງຊາດໃນລັດຖະທຳມະນູນ, ທ່ານ ດັ້ງວັນຈ໋ຽນ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ມີຄຳເຫັນວ່າ.
“ຄວນເລືອກເອົາວິທີໃດເພື່ອປັບປຸງຄະນະປະຈຳສະພາແຫ່ງຊາດໃນສະພາແຫ່ງຊາດຊຸດທີ່ຈະມາເຖິງຂອງ ຫວຽດນາມ ແລະ ຄະນະປະຈຳສະພາແຫ່ງຊາດໃນສາຍທີ່ກ່ຽວພັນຂອງບັນດາອົງການແຫ່ງລັດ. ຄະນະປະຈຳສະພາແຫ່ງຊາດ ບໍ່ພຽງແຕ່ພົວພັນກັບສະພາຊົນເຜົ່າ, ບັນດາກຳມະທິການເທົ່ານັ້ນ, ສະພາແຫ່ງຊາດຍັງມີສາຍພົວພັນເພື່ອແກ້ໄຂວຽກງານຂອງສະພາແຫ່ງຊາດກັບ ລັດຖະບານ, ສານ, ໄອຍະການ, ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ” .