ຫາງສຽງ ຈີນ ຂໍ່ານັບຊົມເຊີຍການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

(VOVWORLD) -ວັນທີ 8 ກໍລະກົດ, ທ່ານນາງສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ເລີ່ມຕົ້ນນການຢ້ຽມຢາມຈິນ, ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ການຢ້ຽມຢາມໄດ້ຮັບຄວາມສົນໃຈ ແລະ ຂໍ່ານັບຊົມເຊີຍຈາກຫ່າງສຽງຈີນ.
ຫາງສຽງ ຈີນ ຂໍ່ານັບຊົມເຊີຍການຢ້ຽມຢາມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ - ảnh 1ທ່ານ ຢາງເຈຍຊຽງ ອະດີດຫົວໜ້າສຳນັກຂ່າວສານຊິນຫົວ ປະຈຳ ຮ່າໂນ້ຍ 

ທ່ານ ຢາງເຈຍຊຽງ ອະດີດຫົວໜ້າສຳນັກຂ່າວສານຊິນຫົວ ປະຈຳ ຮ່າໂນ້ຍ, ລໍຄອຍການຢ້ຽມຢາມຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະນຳມາເຊິ່ງໝາກຜົນໃໝ່ຢ່າງຫຼວງຫຼາຍໃນການພົວພັນລະຫວ່າງສອງປະເທດ:

        “ຫຼາຍປີທີ່ຜ່ານມາ, ການພົວພັນສອງປະເທດ ຈີນ ແລະ ຫວຽດນາມ ໄດ້ພັດທະນາເປັນຢ່າງດີໃນຫຼາຍຂົງເຂດ, ພິເສດແມ່ນບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງສອງປະເທດ ຊຶ່ງບັນລຸໄດ້ຄວາມຮັບຮູ້ລວມໃນຫຼາຍບັນຫາ, ສິ່ງນີ້ມີຄວາມສຳຄັນທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ພັດທະນາຢ່າງຕໍ່ເນື່ອງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມນີ້ຈະສືບຕໍ່ໍຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາ.”

        ການຢ້ຽມຢາມຈີນຄັ້ງນີ້ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຈະດຳເນີໃນລະຫວ່າງວັນທີ 8 – 12 ກໍລະກົດ. ນອກຈາກປັກກີ່ງ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມນະຄອນ ໜານຈີງ, ຊູເຈົາ, ຈຽງຊູ ພາກຕາເວັນອອກຂອງປະເທດ ຈີນ.

ບິກທ້ວນ - ນັກຂ່າວ ວິໂອວີ ປະຈໍາ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ