ຫາງສຽງຕີລາຄາສູງຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມອະນາຄົດຂອງ ອາຊີ

(VOVWORLD) - ວັນທີ 6 ມິຖຸນາ, ກອງປະຊຸມອະນາຄົດຂອງ ອາຊີ ດ້ວຍຫົວຂໍ້ວ່າ “ລັດທິທົ່ວໂລກລະຫວ່າງທາງ 4 ແຍກ - ບາດກ້າວຕໍ່ໄປຂອງ ອາຊີ” ສືບຕໍ່ກ້າວເຂົ້າສູ່ມື້ເຮັດວຽກທີສອງ. ກ່ອນໜ້ານັ້ນ, ວັນທີ 5 ມິຖຸນາ, ທີ່ວາລະໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີບົດປາໄສ ແລະ ຕອບບາງຄຳຖາມທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງ. 

ຫາງສຽງຕີລາຄາສູງຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມອະນາຄົດຂອງ ອາຊີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບປະກອບ)

ບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງບົດບາດກຳລັງໜູນເຕີບໂຕຫຼັກແຫຼ່ງຂອງ ອາຊີ ສຳລັບວິວັດທະນາການຫັນເປັນໂລກາພິວັດ, ຊີ້ອອກບັນດາສິ່ງທ້າທາຍໃຫຍ່ເຊິ່ງ ອາຊີ ພວມປະເຊີນໜ້າຄື ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ. ໜັງສືພິມ Nikkei (ຍີ່ປຸ່ນ) ໄດ້ຄັດສະເໜີບົດປາໄສຂອງທ່ານນາຍົກລັດຖະມົນຕີ, ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ ໃຫ້ຄຳໝັ້ນສັນຍາກ່ຽວກັບເລື່ອງ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງກອບນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງເຖິງການລົງທຶນ, ມຸ່ງໄປເຖິງຄວາມເປັນເອກະພາບ ແລະ ຄວາມໂປ່ງໃສກ່ວາ”. ໜັງສືພິມກໍ່ຄັດສະເໜີການຢືນຢັນຂອງທ່ານນາຍົກລັດຖະມົນຕີ ທີ່ວ່າ: “ໂລກາພິວັດບໍ່ພຽງແຕ່ແມ່ນວິວັດການເສດຖະກິດເທົ່ານັ້ນ ຫາກຍັງແມ່ນການສ່ອງແສງບັນດາຄວາມມຸ່ງຫວັງບື່ນຕົວຂຶ້ນ, ບັນດາຄວາມຫວັງມີຄວາມສຸກ ແລະ ພິຊິດສິ່ງທ້າທາຍຂອງມວນມະນຸດ”, ແລະ ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ກໍ່ຈະມີ “ຄວາມໄຝ່ຝັນ” ໃນການພັດທະນາເສດຖະກິດ ແລະ ຫຼາຍດ້ານອື່ນໆອີກ. ບັນດາບົດໜັງສືພິມຂອງ Nihon Keizai, Jiji…. ໄດ້ຄັດສະໜີຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ທີ່ວ່າ: ຫວຽດນາມ ຈະສືບຕໍ່ພິຈາລະນາເພື່ອປະຕິບັດສັນຍາຄູ່ຮ່ວມມືຂ້າມ ປາຊີຟິກ (TPP), ຂໍ້ຕົກລົງການຄ້າພາກພື້ນສຳຄັນເຊິ່ງ ອາເມລິກາ ໄດ້ປະກາດບໍ່ເຂົ້າຮ່ວມຫວ່າງມໍ່ໆມານີ້, ຢືນຢັນວ່າ ຫວຽດນາມ ຈະຮ່ວມມືກັບບັນດາປະເທດຍັງເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ