ຫາງສຽງສາກົນກ່ຽວກັບສານສະຫະລັດຂອງປະທານາທິບໍດີອາເມລິກາ D.Trump

(VOVWORLD) - ອາເມລິກາ ຕ້ອງປະລະສະພາບສົງຄາມເຢັນ, ພິເຈລະຈາ ຈີນ ກໍ່ຄືການພົວພັນລະຫວ່າງຈີນ ແລະ ອາເມລິກາ ໃຫ້ຖືກຕ້ອງຕາມທິດ.

ຫາງສຽງສາກົນກ່ຽວກັບສານສະຫະລັດຂອງປະທານາທິບໍດີອາເມລິກາ D.Trump - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ

(ພາບ: Kyodo/TTXVN)

ນີ້ິ້ແມ່ນຄຳຖະແຫຼງຂອງໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ທີ່ໄດ້ຍົກອອກມາໃນວັນທີ 31 ມັງກອນ, ພາຍຫຼັງທີ່ທ່ານປະທານາທິບໍດີອາເມລິກາ Donald Trump ນຳສະເໜີສານສະຫະລັດ ສະບັບທຳອິດ, ເມື່ອທ່ານປະທານາທິບໍດີອາເມລິກາ ເອີ້ນຈີນ ແລະ ລັດເຊຍ ວ່າແມ່ນ “ບັນດາຄູ່ແຂ່ງ” ສິ່ງທ້າທາຍດ້ານຜົນປະໂຫຍດ, ເສດຖະກິດ ແລະ ຄຸນຄ່າຂອງອາເມລິກາ.

        ໃນຂະນະນັ້ນ, ຄະນະກຳມະການບໍລິຫານງານອົງການປົດປ່ອຍປາແລັດສະຕິນ (PLO) Hanna Amireh ຖືວ່າ, ສານສະຫະລັດປີ 2018 ຂອງທ່ານ Trump ໄດ້ເປັນສັນຍານກ່ຽວກັບການເພີ່ມຄວາມກົດດັນສຳລັບຊາວປາແລດສະຕິນ ເມື່ອເຈົ້າຂອງທຳນຽບຂາວ ເນັ້ນໜັກເຖິງການພົວພັນສຳພັນທະມິດອາເມລິກາ - ອິດສະຣາແອນ. ທ່ານ Hanna Amireh ກໍ່ໃສ່ໃຈວ່າ ອາເມລິກາ ກໍ່ອາດຈະມີບັນດາມາດຕະການລົງໂທດແນໃສ່ບັນດາປະເທດອື່ນ ທີ່ໄດ້ປ່ອນບັດສະໜັບສະໜູນປາແລັດສະຕິນ ທີ່ກອງປະຊຸມໃຫຍ່ສະຫະປະຊາຊາດ ຫວ່າງແລ້ວນີ້ ແນໃສ່ປະຕິເສດຖະແຫຼງການຂອງທ່ານ Trump ເມື່ອເດືອນ ທັນວາ 2017 ກ່ຽວກັບເລື່ອງຮັບຮອງ Jerusalem ແມ່ນນະຄອນຫຼວງຂອງອິດສະຣາແອນ.

        ກົງກັນຂ້າມ, ຢູ່ອາເມລິກາ, ໝາກຜົນການຢັ່ງຫາງສຽງທີ່ປະກາດພາຍຫຼັງທ່ານປະທານາທິບໍດີ Trump ອ່ານສານສະຫະລັດ ໄດ້ຊີ້ໃຫ້ເຫັນວ່າ, ຜູ້ມີສິດເລືອກຕັ້ງອາເມລິກາ ສ່ວນຫຼາຍ ສະແດງໃຫ້ເຫັນການສະໜັບສະໜູນຕໍ່ບົດກ່າວປາໄສນີ້.

ຕອບກັບ

ຂ່າວ/ບົດ​ອື່ນ