ຫາງສຽງສາກົນຕີລາຄາສູງແງ່ຫວັງດ້ານເສດຖະກິດຂອງຫວຽດນາມ
ພາບປະກອບ
|
(vovworld) – ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ແມ່ນຫົວຂໍ້ໄດ້ຮັບຄວາມສົນໃຈຈາກບັນດາໜັງສືພິມສາກົນ ແລະ ໜຶ່ງໃນບັນດາບັນຫາດຶງດູດຄວາມສົນໃຈທີ່ສຸດແມ່ນບັນດານະໂຍບາຍເສດຖະກິດ ແລະ ແງ່ຫວັງພັດທະນາຂອງ ຫວຽດນາມ ໃນຊຸມປີຈະມາເຖິງ. ເບິ່ງລວມແລ້ວ, ບັນດານັກຊ່ຽວຊານສາກົນຕີລາຄາຕັ້ງໜ້າກ່ຽວກັບຄວາມມານະພະຍາຍາມປະຕິຮູບ, ເປີດປະຕູຂອງ ຫວຽດນາມ ແລະ ຖືວ່າ ຫວຽດນາມ ຕ້ອງຍາດແຍ່ງກາລະໂອກາດປະຈຸບັນເພື່ອກາຍເປັນສູນສົ່ງອອກແຖວໜ້າຂອງ ອາຊີ. ນັກຊ່ຽວຊານກ່ຽວກັບ ຫວຽດນາມ ຂຶ້ນກັບກຸ່ມທີ່ປຶກສາ ອາຊີ - ເອີລົບ ມີສຳນັກງານຕັ້ງຢູ່ ນິວຢອກ ( ປະເທດ ອາເມລິກາ), ທ່ານ Christian Lewis, ໃຫ້ຂໍ້ສັງເກດວ່າ: ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 12, ຫວຽດນາມ ຈະສືບຕໍ່ເດີນຕາມບັນດາການປະຕິຮູບເສດຖະກິດ ແລະ ນະໂຍບາຍການຄ້າປະຈຸບັນ. ໃນຂະນະນັ້ນ, ນັກຊ່ຽວຊານ Carl Thayer, ຂຶ້ນກັບສະຖາບັນປ້ອງກັນຊາດ ອົດສະຕາລີ ໃຫ້ຂໍ້ສັງເກດວ່າ, ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 12, ນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ ສືບຕໍ່ຕິດພັນກັບ 3 ບັນຫາແມ່ນ: ການເຕີບໂຕເສດຖະກິດ, ເຊື່ອມໂຍງເຂົ້າກັບສາກົນ ແລະ ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ.
ໜັງສືພິມ ຂອງ ຝຣັ່ງ, ຍີ່ປຸ່ນ… ກໍມີບົດຂຽນຮັບຮູ້ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ.