ທ່ານ Kofi Annan ທູດພິເສດຂອງສະຫະປະຊາຊາດ
ພາບ: internet
|
(vovworld) - ຊີຣີ ແລະ ບັນດາປະເທດມະຫາອຳນາດຢູ່ໃນໂລກ ໄດ້ສະແດງຄວາມເສຍດາຍພາຍຫລັງທ່ານ Kofi Annan ທູດພິເສດຂອງສະຫະປະຊາຊາດ ແລະ ສະຫະພັນອາຣັບ ກ່ຽວກັບບັນຫາຊີຣີ ປະກາດລາອອກຈາກຕຳແຫນ່ງໃນທ້າຍເດືອນ 8/2012. ຄຳປະກາດຂອງກະຊວງການຕ່າງປະເທດ ຊີຣີ ໃນວັນທີ 2/8 ໃຫ້ຮູ້ວ່າ: Damascus ກ່າວຫາບັນດາປະເທດຊອກວິທີກໍ່ຂາດຄວາມສະຖຽນລະພາບຢູ່ ຊີຣີໄດ້ຄັດຄ້ານ ແລະ ສືບຕໍ່ຂັດຂວາງພາລະຫນ້າທີ່ສັນຕິພາບຂອງທ່ານ Annan. ກ່າວຄຳເຫັນຢູ່ປັກກີ່ງ, ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ຝ່າຍຈີນ ເຂົ້າໃຈກ່ຽວກັບຂໍ້ຕົກລົງຂອງທ່ານ Annan ພ້ອມທັງຕີລາຄາສູງບົດບາດຕັ້ງຫນ້າ ແລະ ສ້າງສັນຂອງທ່ານ Annan ໃນຄວາມານະພະຍາຍາມຊອກຫາມາດຕະການການເມືອງໃຫ້ແກ່ ຊີຣີ. ສ່ວນຝ່າຍລັດເຊຍ, ປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ: ປະຊາຄົມໂລກຍັງຄົງສືບຕໍ່ບັນດາຄວາມມານະພະຍາຍາມຢຸດຕິການໃຊ້ຄວາມຮຸນແຮງຢູ່ ຊີຣີ. ໃນຂະນະນັ້ນ ທຳນຽບຂາວພັດຖິ້ມໂທດໃຫ້ແກ່ລັດຖະບານ ຊີຮີ, ລັດເຊຍ ແລະ ຈີນ ແມ່ນສາຍເຫດເຮັດໃຫ້ທ່ານ Annan ລາອອກຈາກຕຳແຫນ່ງ.