ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ແລະ
ທ່ານປະທານາທິບໍດີ Barack Obama
(ພາບ: baodatviet.vn)
(vovworld)- ເມື່ອຕອບສຳພາດຕໍ່ສຳນັກຂ່າວສານຫວຽດນາມ ປະຈຳວໍຊິງຕັນ ກ່ຽວກັບໝາກຜົນການຢ້ຽມຢາມສະຫະລັດອາເມລິກາ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ, ຕາມຄຳເຊີນຂອງອຳນາດການປົກຄອງປະທານາທິບໍດີ Barack Obama, ທ່ານອະດີດເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Michael Michalak ຖືວ່າ: ດ້ວຍການສືບຕໍ່ຮ່ວມມື, ເຈລະຈາ ແລະ ກາຍເປັນຄູ່ຮ່ວມມືຂອງກັນ, ອາເມລິກາ ແລະ ຫວຽດນາມ ສາມາດຮຳ່ຮຽນດ້ວຍກັນໃນຫຼາຍສິ່ງຫຼາຍຢ່າງ ແລະ ການພົວພັນ 2 ຝ່າຍຈະພັດທະນາຍິ່ງກ່ວາອີກໃນ20 ປີຈະມາເຖິງ. ໃນຂະນະນັ້ນ, ທ່ານ Anthony Nelson, ຜູ້ອຳນວຍການຮັດຜິດຊອບບັນດາບັນຫາກ່ຽວກັບຫວຽດນາມ ຂຶ້ນກັບສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ, ແບ່ງປັນທັດສະນະວ່າ: ການຢ້ຽມຢາມອາເມລິກາ ຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ. ທ່ານ Nelson ຖືວ່າ: ຫວຽດນາມ ພວມນັບມື້ນັບສ້າງການເຊື່ອມຕໍ່ກັບລະບົບເສດຖະກິດທົ່ວໂລກຄືນໃໝ່ຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ສິ່ງນີ້ຊ່ວຍເປີດກາລະໂອກາດຮ່ວມມືໃນທຸກຂົງເຂດໃຫ້ຫວຽດນາມ ກໍຄືບັນດາຄູ່ຮ່ວມມື. ທ່ານ Nelson ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນດ້ານເສດຖະກິດຫວຽດນາມ-ອາເມລິກາ ຈະພັດທະນາໄວກວ່າອີກໃນໄລຍະຈະມາເຖິງ ແລະ ຈະນັບມື້ນັບກາຍເປັນຄູ່ຮ່ວມມືເສດຖະກິດສຳຄັນຂອງກັນ.