ຫາງສຽງໂລກສືບຕໍ່ຍ້ອງຍໍສັນລະເສີນພົນເອກຫວໍ້ງວຽນຢາບ
ຫນັງສືພິມຫລາຍສະບັບຂອງລາວລ້ວນແຕ່ລົງພິມຮູບພາບ, ບົດ
ກ່ຽວກັບພົນເອກ ຫວໍ້ງວຽນຢາບ
|
(vovworld)- ສື່ມວນຊົນ ແລະ ຫາງສຽງໂລກສືບຕໍ່ລົງພິມບັນດາຮູບພາບ, ບົດຂຽນຍ້ອງຍໍຊີວິດ ແລະ ພາລະກິດຂອງພົນເອກຫວໍ້ງວຽນຢາບ, ສະແດງຄວາມເຄົາລົບນັບຖືນາຍພົນຜູ້ທີ່ໄດ້ຮັບຄວາມຮັກແພງຈາກປະຊາຊົນຫວຽດນາມກໍ່ຄືຢູ່ໃນໂລກ. ໃນບົດຂຽນ ໃນສື່ເອເລັກໂຕນິກ People World ຂອງອາເມລິກາ ວັນທີ 8/10 ໄດ້ຍ້ອງຍໍສັນລະເສີນພົນເອກ ຫວໍ້ງວຽນຢາບ ແມ່ນນັກການທະຫານທີ່ປີຊາສາມາດໄດ້ຊວ່ຍຫວຽດນາມຊະນະສັດຕູໃຫຍ່ 2 ໂຕ ນັ້ນແມ່ນ ພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ. ສ່ວນຫນັງສືພີມ Deutsche Welle ຂອງເຢຍລະມັນ ໄດ້ລົງພິມເນື້ອໃນການໃຫ້ສຳພາດນັກປະຫວັດສາດຊາວ ເຢຍລະມັນ Derek Frisby ກ່ຽວກັບພົນເອກ ຫວໍ້ງວຽນຢາບ. ທ່ານ Derek ໄດ້ໃຫ້ຂໍ້ສັງເກດວ່າ: ພົນເອກ ຫວໍ້ງວຽນຢາບ ແມ່ນ“ ອາຈານຂອງສົງຄາມປະຕິວັດ”.
ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ລາວ ໃນວັນທີ 8/10, ພົນໂທ ໄອ່ສຸລິຍະແສງ ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ໄດ້ເວົ້າວ່າ:
“ພົນເອກ ຫວໍ້ງວຽນຢາບ ແມ່ນຫນຶ່ງໃນບັນດາການນຳທຳອິດມີຄຸນງາມຄວາມດີໃນການສ້າງສາ, ປົກປັກຮັກສາ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ. ຂ້າພະເຈົ້າກໍຄືກຳລັງປະກອບອາວຸດປະຊາຊົນປະຕິວັດລາວ ຍາມໃດກໍຈົດຈຳ່ ແລະ ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງ ແລະ ເປັນແບບຢ່າງທີ່ຍິ່ງໃຫຍ່ໃນພາລະກິດປະຕິວັດລາວ.”