ການຝຶກຊ້ອມພາກທະຫານບົກຢູ່ຈັດຕຸລັດແດງທີ່ນະຄອນມົດສກູ |
(vovworld)- ມີການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດໃນສົງຄາມໂລກຄັ້ງທີ 2 (9/5) ພວມຖືກຈັດຂຶ້ນຢ່າງສົມກຽດຢູ່ລັດເຊຍ, ສະວິດ ແລະ ນອກແວ. ຢູ່ລັດເຊຍ, ມີບັນດາລາຍການດົນຕີປະສານສຽງ ແລະ ຈັດງານວາງສະແດງ, ໃນນັ້ນ, ເປັນໜ້າສົນໃຈແມ່ນລານການ “ທຳນອງເພງປະເທດຊາດກ່ຽວກັບສົງຄາມ, ສັນຕິພາບ ແລະ ຄວາມຮັກ” ຢູ່ນະຄອນຫຼວງມົດສກູ. ຢູ່ຈັດຕຸລັດແດງທີ່ນະຄອນຫຼວງມົດສກູ ກໍໄດ້ດຳເນີນການຝຶກຊ້ອມພາກທະຫານບົກ ແລະ ລົດທະຫານເພື່ອຈະເຂົ້າຮ່ວມການສວນສະໜາມ ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະລັດທິຟາດຊິດໃນສົງຄາມໂລກຄັ້ງທີ 2, ຊຶ່ງມີການເຂົ້າຮ່ວມຂອງພົນທະຫານປະມານ 15.000 ຄົນ ທີ່ຂຶ້ນກັບກຳລັງທະຫານປະເທດຕ່າງໆ.