ພາບປະກອບ
|
(vovworld) – ລາຍການ “ລະດູບານໃໝ່ກັບເດັກນ້ອຍທຸກຍາກ” ຄັ້ງທີ 9, ປີ 2016 ໂດຍກອງທຶນຊ່ວຍເຫຼືອເດັກແຂວງ ບີ່ງເຢືອງ ຈັດຕັ້ງ, ໄດ້ມອບຂອງຂວັນ 600 ພູດ, ແຕ່ລະພູດມີມູນຄ່າ 500 ແສນດົ່ງ ໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ເດັກພິການ, ເດັກກຳພ້າກຳພອຍບໍ່ມີບ່ອນເພິ່ງພາອາໄສ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ 2016. ນອກຈາກນັ້ນ, ຄະນະຈັດຕັ້ງໄດ້ມອບໂຮງຮຽນປະຖົມ ໂຮ່ຫາວເຮີນ ດ້ວຍຍອດມູນຄ່າການກໍ່ສ້າງ 100 ລ້ານດົ່ງເພື່ອຊ່ວຍເຫຼືອນັກຮຽນ. ໃນຂະນະນັ້ນ, ບັນດາວິສາຫະກິດແຂວງ ເງ້ອານ ເລ້ຍລາຍໄດ້ເງິນ 30 ຕື້ດົ່ງສະໜັບສະໜູູນຜູ້ທຸກຍາກຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ 2016.