(vovworld) – ຜູ້ມີສິດເລືອກຕັ້ງອັກຊັງຕິນໄດ້ໄປປ່ອນບັດເລືອກຕັ້ງໃນວັນທີ 27/10 ເພື່ອເລືອກຕັ້ງ 1/2 ໃນຈຳນວນ 257 ທີນັ່ງຂອງສະພາຕຳ່ ແລະ 1/3 ໃນຈຳນວນ 72 ທີ່ນັ່ງຂອງສະພາສູງຢູ່ປະເທດ ອາເມລິກາໃຕ້ນີ້. ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດກາງສະໄໝຄັ້ງທີ 2ຂອງທ່ານປະທານາທິບໍດີ Cristina Fernandez. ຕາມບັນດານັກໄຈ້ແຍກແລ້ວ, ໝາກຜົນຂອງການເລືອກຕັ້ງຈະບໍ່ຕ່າງຫຼາຍເມື່ອທຽບໃສ່ການເລືອກຕັ້ງໃນເບື້ອງຕົ້ນເມື່ອວັນທີ 11/8. ຕາມນັ້ນແລ້ວ, ແນວໂຮມເພື່ອໄຊຊະນະກຳອຳນາດ (FpV) ພ້ອມກັບບັນດາພັກພັນທະມິດຈະສືບຕໍ່ຍາດໄດ້ທີ່ນັ່ງສ່ວນຫຼາຍຢູ່ທັງສະພາຕຳ່ ແລະ ສະພາສູງ ແຕ່ອາດຈະບໍ່ຍາດໄດ້ຫຼາຍບັດເລືອກຕັ້ງຢູ່ 5 ທ້ອງຖີ່ນທີ່ມີຜູ້ມີສິດເລືອກຕັ້ງຫຼາຍສຸດ, ໃນນັ້ນມີແຂວງ Buenos Aires ແລະ ນະຄອນຫຼວງ Buenos Aires. ໝາກຜົນໃນເບື້ອງຕົ້ນໄດ້ຮັບການປະກາດໃນວັນທີ 28/10.