ອັກຊັງຕີນໄດ້ອອກສະເຫນີຕົວປື້ມຄັດເລືອກບັນດາບົດຂຽນໄດ້ຮັບລາງວັນທີ່ການເສັງຊອກຮູ້ກ່ຽວກັບອາຊຽນ

ອັກຊັງຕີນໄດ້ອອກສະເຫນີຕົວປື້ມຄັດເລືອກບັນດາບົດຂຽນໄດ້ຮັບລາງວັນທີ່ການເສັງຊອກຮູ້ກ່ຽວກັບອາຊຽນ - ảnh 1
ພາບ​ປະ​ກອບ:internet

(vovworld)-  ​ວັນ​ທີ 15/7, ກະ​ຊວງວັດ​ທະ​ນະ​ທຳ, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ La Plata ຂອງ ອັກ​ຊັງ​ຕີນ ໄດ້​ຈັດ​ຕັ້ງ​ພິ​ທີ​ອອກ​ສະ​ເຫນີ​ຕົວ​ປື້ມ​ຄັດ​ເລືອກ​ບັນ​ດາ​ບົດ​ຂຽນ​ທີ່ໄດ້​ຮັບລາງວັນ​ໃນ​ການ​ເສັງ​ຊອກ​ຮູ້​ກ່ຽວ​ກັບ​ອາ​ຊຽນ ໄລ​ຍະ 2013-2014 ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ອັກ​ຊັງ​ຕີນ. ປື້ມ​ຫົວ​ນີ້​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອັກ​ຊັງ​ຕີນ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ໃນ​ອະ​ນາ​ຄົດ.

ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ອັກ​ຊັງ​ຕີນ ຫງວຽນ​ດີງ​ທາວ ເນັ້ນ​ຫນັກ​ວ່າ: ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ອາ​ຊຽນ ຢູ່ ອັກ​ຊັງ​ຕີນ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ອາ​ຊຽນ ກໍ​ຄື​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ກວ່າ. ທ່ານ ຫງວຽນ​ດີງ​ທາວ ຢືນ​ຢັນ ປື້ມ​ຫົວ​ນີ້​ຈະ​ນຳ​ມາ​ເຊິ່ງ​​ຜູ​້ອ​່ານ ການ​ສັງ​ເກດ​ຮອບ​ດ້ານ, ເລິກ​ເຊິ່ງ​ກ່ຽວ​ກັບ​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ