ອັງກິດ ເນັ້ນໜັກເຖິງສິດສົ່ງຄືນສິ່ງເສດເຫຼືອກຳມັນຕະພາບລັງສີໃຫ້ບັນດາປະເທດ ອີຢູ

(VOVWORLD) - ໃນແຈ້ງການມໍ່ໆມານີ້ ຊີ້ແຈ້ງເຖິງຫຼັກໝັ້ນຂອງ ອັງກິດ ໃນການເຈລະຈາ Brexit, ລັດຖະບານ ອັງກິດ ໄດ້ເຕື້ອງເຖິງເລື່ອງປະເທດນີ້ 
ອັງກິດ ເນັ້ນໜັກເຖິງສິດສົ່ງຄືນສິ່ງເສດເຫຼືອກຳມັນຕະພາບລັງສີໃຫ້ບັນດາປະເທດ ອີຢູ - ảnh 1 (ພາບປະກອບ)

ມີສິດສົ່ງຄືນສິ່ງເສດເຫຼືອການແຜ່ກຳມັນຕະພາບລັງສີ ພາຍຫລັງຖອນອອກຈາກສະຫະພາບ ເອີຣົບ (ອີຢູ). ບັນດາສິ່ງເສດເຫຼືອກຳມັນຕະພາບລັງສີນີ້ ມາຈາກບັນດາປະເທດ ອີຢູ ຄື: ເຢຍລະມັນ, ອີຕາລີ ແລະ ຊູແອັດ. ແຈ້ງການດັ່ງກ່າວໄດ້ເນັ້ນໜັກເຖິງສິດຂອງ ອັງກິດ ໃນເລື່ອງສົ່ງຄືນສິ່ງເສດເຫຼືອກຳມັນຕະພາບລັງສີ, ພ້ອມທັງ ຊີ້ແຈ້ງຄວາມຮັບຜິດຊອບຂອງບັນດາປະເທດ ອີຢູ ສຳລັບບັນດາວັດຖຸດິບນິວເຄຼຍ ປະເພດອັນຕະລາຍ ຊຶ່ງໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ