ອັງກິດພ້ອມແລ້ວຊຳລະຄ່າບໍລິການ 40 ຕື້ ເອີໂຮ ເພື່ອອອກຈາກ EU

(VOVWORLD) -ອັງກິດພ້ອມແລ້ວຊຳລະຄ່າບໍລິການ 40 ຕື້ ເອີໂຮ ເພື່ອອອກຈາກ EU. ໜັງສືພິມ Sunday Telegraph ສະບັບອອກວັນທີ 5 ສິງຫາໄດ້ຄັດສະເໜີແຫຼ່ງຂ່າວຂອງລັດຖະບານອັງກິດຊຶ່ງໄດ້ເປີດເຜີຍຂ່າວຄາວດັ່ງກ່າວໃນສະພາວະຮອບເຈລະຈາທີ 3 ລະຫວ່າງອັງກິດ ແລະ EU ກ່ຽວກັບ Brexit ຈະເລີ່ມປະຕິບັດນັບແຕ່ທ້າຍເດືອນສິງຫານີ້
  ອັງກິດພ້ອມແລ້ວຊຳລະຄ່າບໍລິການ 40 ຕື້ ເອີໂຮ ເພື່ອອອກຈາກ EU - ảnh 1 (ພາບປະກອບ)

ໜັງສືພິມ Sunday Telegraph ສະບັບອອກວັນທີ 5 ສິງຫາໄດ້ຄັດສະເໜີແຫຼ່ງຂ່າວຂອງລັດຖະບານອັງກິດຊຶ່ງໄດ້ເປີດເຜີຍຂ່າວຄາວດັ່ງກ່າວໃນສະພາວະຮອບເຈລະຈາທີ 3 ລະຫວ່າງອັງກິດ ແລະ EU ກ່ຽວກັບ Brexit ຈະເລີ່ມປະຕິບັດນັບແຕ່ທ້າຍເດືອນສິງຫານີ້ ແລະ ບັນດານັກເຈລະຈາພວມພະຍາຍາມຢ່າງສຸດຂີດເພື່ອບັນລຸຂໍ້ຕົກລົງສະບັບໜຶ່ງນັບແຕ່ນີ້ຫາທ້າຍປີ 2018. ບົດໜັງສືພິມໄດ້ເນັ້ນໜັກເຖິງເລື່ອງອັງກິດຍິນຍອມຈ່າຍຈຳນວນເງິນດັ່ງກ່າວເພື່ອແລກເອົາສິດຜົນປະໂຫຍດທີ່ສືບຕໍ່ໄດ້ແຊກຊຶມຕະຫຼາດຂອງເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ