ອັງກິດຮັບມືກັບບັນດາການບຸກໂຈມຕີແນໃສ່ຊາວອິດສລາມ

ອັງກິດຮັບມືກັບບັນດາການບຸກໂຈມຕີແນໃສ່ຊາວອິດສລາມ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 10/06, ຕຳ​ຫຼວດອັງກິດ​ໃຫ້​ຮູ້​ວ່າ ​ໄດ້​ຈັບ​ຕົວ 4 ຄົນ​ທີ່​ຖືກ​ສົງ​ໄສ​ວ່າ​ກ່ຽວຂ້ອງ​ເຖິງ​​ເຫ​ດຈູດ​ໂຮງຮຽນ​ກິນນອນ​ຂອງ​ປະຊາ​ຄົມ​ຊາວ​ມຸດ​ສລິ​ມ ຢູ່​ລອນ​ດອນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ລາດ​ຕາ​ເວນ​ຢູ່​ອ້ອມ​ສະຖານ​ທີ​ກ່ຽວຂ້ອງ​ເຖິງ​ຊາວ​ມຸດ​ສລິ​ມ ຢູ່​ນະຄອນຫຼວງ. ຕາມ​ແຫຼ່ງຂ່າ​ວດັ່ງກ່າວ, ບັນດາ​ຜູ້​ຖືກ​ສົງ​ໄສ​ນັ້ນ​ແມ່ນ​ໄວ​ໜຸ່ມ​ໃນ​​​ເກ່ັນ​ອາຍຸ​ແຕ່ 17 – 18 ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​​ເຫດຈູດ​ໂຮງຮຽນ​ມຸດ​ສລິ​ມ Darul Uloom ຢູ່​ທາງ​ທິດຕາ​ເວັນ​ອອກ​ສ້ຽງ​ໃຕ້ ນະຄອນ​ລອນ​ດອນ ​ເມື່ອ​ຕອນ​ຄໍ່າ​ວັນ​ທີ 08/06, ​ເຊິ່ງ​ເຮັດ​ໃຫ້​ນັກຮຽນ ​ແລະ ຄູ​ອາຈາ​ນ 128 ຄົນ​ຕ້ອງ​ໄປ​ອົບ​ພະຍົບ. ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທີ 2 ​​ໃສ່​ຮາກ​ຖານ​ຂອງ​ຊາວ​ມຸດ​ສລິ​ມ ຢູ່​ລອນ​ດອນ ນັບ​ແຕ່​​ເມື່ອ​ທະຫານ​ອັງກິດ Lee Rigby, ອາຍຸ 25 ປີ, ຖືກ​ຂ້າ​ຕາຍ​ເມື່ອ​ວັນ​ທີ 22/05 ​ແລ​ະ 2 ຕົວ​ການ​ຖື​ສາສະໜາ​ມຸດ​ສລິ​ມ ຖືກ​ຕັດ​ສິນວ່າ ​ເປັນ​ຜູ້ຂ້າ​ຄົນ​. ຜູ້​ບັນຊາ​ການ​ຕຳຫຼວດ​ລອນ​ດອນ​ທ່ານ Simon Letchoford ຢືນຢັນ​ວ່າ ພາຍຫຼັງ​ທະຫານ Rigby ​ຖືກເສຍ​ຊີວິດ, ການ​ບຸກ​ໂຈມ​ຕີ​ຕ່າງໆ​ໃສ່​ບັນດາ​ຜູ້​​ເຊື່ອ​ຖື​ສາ​ສະໜາ​ມຸດ​ສລິ​ມ ຢູ່​ອັງກິດ ມີສັນຍານ​ເພີ່ມ​ຂຶ້ນ, ​ແຕ່​ສະພາບ​ການ​ຍັງ​ນອນ​ໃນ​ການ​ຄວບ​ຄຸມ​ຂອງ​ອົງການທີ່​ມີ​ສ່ວນ​ກ່ຽວຂ້ອງ​.
ຂ່າວ/ບົດ​ອື່ນ