ອັງກິດແລະອົດສະຕາລີກ່າວເຕືອນໄພກໍ່ການຮ້າຍຢູ່ມາເລເຊຍ



ອັງກິດແລະອົດສະຕາລີກ່າວເຕືອນໄພກໍ່ການຮ້າຍຢູ່ມາເລເຊຍ - ảnh 1

ກ່າວເຕືອນໄພກໍ່ການຮ້າຍຢູ່ມາເລເຊຍ
(ພາບອິນເຕີແນດ)

(vovworld) - ວັນ​ທີ 21/2, ອຳນາດ​ການ​ປົກຄອງ ອັງກິດ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ກ່າວ​ເຕືອນ​ພົນລະ​ເມືອງ​ຂອງ​ສອງ​ປະ​ເທດ​ນີ້​ ກ່ຽວ​ກັບ​ໄພ​ເກີດ​ການ​ກໍ່​ການ​ຮ້າຍ​ຢູ່​ເຂດຕ່າງ​ໆທີ່ ມາ​ເລ​ເຊຍ, ​ໃນ​ນັ້ນ​ມີ​ທັງ​ນະຄອນຫຼວງ ກົວ​ລາ​ລຳ​ເປີ. ອັງກິດ ​ແລະ ອົດ​ສະ​ຕາ​ລີພ້ອມ​ກັນ​ກ່າວ​ເຕືອນ​ປະຊາຊົນ​ບໍ່​ຄວນ​ໄປ​ທ່ອງ​ທ່ຽວ​ຢູ່ ມາ​ເລ​ເຊຍ, ພິ​ເສດ​ແມ່ນ​ເຖິງ​ບັນດາ​ເຂດ​ທາງ​ທິດຕາ​ເວັນ​ອອກ. ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ມາ​ເລ​ເຊຍ Ahmad Zahid Hamidi ຖະ​ແຫຼ​ງວ່າ, ມີ​ພົນລະ​ເມືອງ ມາ​ເລ​ເຊຍ 130 ກວ່າ​ຄົນ ພວມ​ຢູ່​ຊີຣີ ​ແລະ ອີຣັກ ​ເພື່ອ​ເຂົ້າ​ຮ່ວມ​ສົງຄາມ​ໃນ​ຖັນ​ແຖວ​ຂອງ​ອົງການ “ລັດ​ອິດສະ​ລາມ“ (IS) ຖືກ​ຫ້າມ​ບໍ່​ໄດ້​ກັບ​ເມືອ​ປະ​ເທດ. ຂໍ້​ຕົກລົງ​ນີ້​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ