ອົງການ OECD ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 60 ປີ
(VOVWORLD) -ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງສານໄປຍັງພິທີສະເຫຼີມສະຫຼອງ (ພາບ:TTXVN) |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຄົບຮອບ 60 ປີ (ວັນທີ 14 ທັນວາ 1960 – 14 ທັນວາ 2020), ທ່ານເລຂາທິການໃຫຍ່ OECD Angel Gurria ຢັ້ງຢືນວ່າ OECD ຍາມໃດກໍມານະພະຍາຍາມປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ອີງໃສ່ລະບຽບກົດໝາຍ, ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຢັ້ງຢືນວ່າ ໂລກຄວນມີເສດຖະກິດຮູບແບບໃໝ່ ເພື່ອຫຼຸດພົ້ນອອກຈາກວິກິດການຄວບຄູ່ໃນປັດຈຸບັນ, ໃນນັ້ນຄວນເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມຍຸຕິທຳ, ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຊຸກຍູ້ການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.
ໃນສານສົ່ງໄປຍັງພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ OECD ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ຮັບເອົາທຳນຽມທີ່ດີ, ມີຄວາມເໝາະສົມ ເພື່ອຍູ້ແຮງການສ້າງໂຄງປະກອບຄືນໃໝ່, ຍົກສູງກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ຄຸນນະພາບການເຕີບໂຕ, ເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ເປັນຢ່າງດີ.