ອົງການ ສປຊ ປະຈໍາ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ຮ່ວມແຮງຮ່ວມໃຈຕ້ານການໃຊ້ຄວາມຮຸນແຮງ

(VOVWORLD) -ກອງປະຊຸມເຈລະຈານະໂຍບາຍ, ກອງປະຊຸມສໍາມະນາ, ການເສັງສິລະປະ, ງານມະໂຫລານ, ງານວາງສະແດງພາບຖ່າຍ, ໂອ້ລົມສົນທະນາຢູ່ມະຫາວິທະຍາໄລແຫ່ງຕ່າງໆ ແລະ ແຂ່ງຂັນເຕະບານ ແລະ ຟ້ອນລໍາທໍາເພງກັບໄວໜຸ່ມ. 
ອົງການ ສປຊ ປະຈໍາ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ຮ່ວມແຮງຮ່ວມໃຈຕ້ານການໃຊ້ຄວາມຮຸນແຮງ - ảnh 1ທ່ານນາງ  Elisa Fernandez, ຫົວໜ້າອົງການຕາງໜ້າ  UN WOMEN  ປະຈໍາຢູ່ ຫວຽດນາມກ່າວຄໍາເຫັນໃນການພົບປະແລກປ່ຽນປະສົບການ  (ພາບ: TTXVN)

ເນື່ອງໃນໂອກາດ ວັນລົບລ້າງການໃຊ້ຄວາມຮຸນແຮງສໍາລັບ ແມ່ຍິງ ສາກົນ (ວັນທີ 25 ພະຈິກ) ແລະ ວັນສິດທິມະນຸດສາກົນ (ວັນທີ 10 ທັນວາ), ຢູ່ຫວຽດນາມ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງ ຄື: ກອງປະຊຸມເຈລະຈານະໂຍບາຍ, ກອງປະຊຸມສໍາມະນາ, ການເສັງສິລະປະ, ງານມະໂຫລານ, ງານວາງສະແດງພາບຖ່າຍ, ໂອ້ລົມສົນທະນາຢູ່ມະຫາວິທະຍາໄລແຫ່ງຕ່າງໆ ແລະ ແຂ່ງຂັນເຕະບານ ແລະ ຟ້ອນລໍາທໍາເພງກັບໄວໜຸ່ມ ເພື່ອແນໃສ່ຮຽກຮ້ອງການກະທໍາ ເພື່ອຢຸດຕິການໃຊ້ຄວາມຮຸນແຮງສໍາລັບແມ່ຍິງ ແລະ ເດັກຍິງຢູ່ຫວຽດນາມ. ບັນດາການເຄື່ອນໄຫວ ແມ່ນສ່ວນໜຶ່ງຂອງບັ້ນຂົນຂວາຍທົ່ວໂລກດໍາເນີນໃນເວລາ 16 ວັນ ເພື່ອລົບລ້າງການໃຊ້ຄວາມຮຸນແຮງ ທີ່ຖືກຈັດຂຶ້ນທຸກໆປີ ພ້ອມກັບ ບັ້ນຂົນຂວາຍ ຂອງອົງການ UNITE ຢຸດຕິການໃຊ້ຄວາມຮຸນແຮງສໍາລັບແມ່ຍິງ ແລະ ເດັກຍິງ ໃນປີ 2030 ຂອງ ເລຂາທິການໃຫຍ່ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ