ອົງການກວດກາ ລັດຖະບານເດັດດຽວ ປັບໄໝລົງໂທດຕໍ່ການກະທຳສໍ້ລາດບັງຫຼວງ
(ຜູ້ນຳອົງການກວດກາລັດຖະບານ ທ່ານ ຮີນຟອງແຈງ)
(vovworld) - ອົງການແກ້ໄຂການຮ້ອງຟ້ອງ, ຮ້ອງທຸກ, ປ້ອງກັນ ຕ້ານການສໍ້ລາດບັງຫຼວງ ແມ່ນໜ້າທີ່ເປັນປະຈຳຂອງອົງການກວດກາລັດຖະບານ. ນັ້ນແມ່ນຄຳຢືນຢັນຂອງຜູ້ນຳອົງການກວດກາລັດຖະບານ ທ່ານ ຮີນຟອງແຈງ ໃນລາຍການ “ປະຊາຊົນຖາມ, ລັດຖະມົນຕີຕອບ” ຂອງໂທລະພາບຫວຽດນາມ ໃນວັນທີ 26/01. ທ່ານ ຮີນຟອງແຈງ ໃຫ້ຮູ້ວ່າ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແມ່ນບັນຫາເຊິ່ງປະຊາຊົນສົນໃຈທີ່ສຸດ. ພັກ, ລັດ ແລະ ບັນດາອົງການທີ່ມີໜ້າທີ່ໄດ້ດຳເນີນການປ້ອງກັນ, ສະກັດກັ້ນ ແລະ ປັບໄໝລົງໂທດບັນດາກໍ່ລະນີສໍ້ລາດບັງຫຼວງ. ແຕ່ວ່າ, ປະສິດທິຜົນຍັງບໍ່ທັນໄດ້ຄືດັ່ງຄວາມມຸ່ງຫວັງ. ການແຈ້ງຊັບສົມບັດແມ່ນມາດຕະການສະກັດກັ້ນທີ່ສຳຄັນ. ສະນັ້ນ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ ໄດ້ມີຈຸດໃໝ່ຫຼາຍຢ່າງໃນການແຈ້ງຊັບສົມບັດ ແລະ ເປີດເຜີຍຊັບສົມບັດ. ໃນໄລຍະຈະມາເຖິງ, ນອກຈາກການແຈ້ງຊັບສົມບັດ, ອົງການກວດກາລັດຖະບານພວມມີຮ່າງມະຕິຍື່ນສະເໜີຕໍ່ລັດຖະບານ ປະກາດເລື່ອງຄວບຄຸມລາຍຮັບຂອງຜູ້ມີສິດອຳນາດ ຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ທ່ານ ຮີນຟອງແຈງ ເຊື່ອໝັ້ນວ່າ, ດ້ວຍບັນດາມາດຕະການຢ່າງຄົບຊຸດ, ທັນການ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຈະມີບັນດາບາດກ້າວເດີນໃໝ່.