ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”

(VOVWORLD) -ພື້ນຖານເພື່ອໃຫ້ອົງການ Fitch Ratings ຍົກລະດັບແງ່ຫວັງຂຶ້ນເປັນ “ຕັ້ງໜ້າ” ນັ້ນໄດ້ເປັນການສ່ອງແສງໃຫ້ເຫັນຄວາມສາມາດຟື້ນຟູການເຕີບໂຕຂອງຫວຽດນາມ
ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ” - ảnh 1(ພາບປະກອບ: bnews.vn)

ວັນທີ 01 ເມສາ, ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ Fitch Ratings ຢືນຢັນຄືນໃໝ່ການຈັດອັນດັບເພດານເງິນຝາກຕ່າງປະເທດໄລຍະຍາວຂອງຫວຽດນາມ ຢູ່ໃນລະດັບ BB, ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”.

        ຕາມກະຊວງການເງິນຫວຽດນາມ ແລ້ວ, ພື້ນຖານເພື່ອໃຫ້ອົງການ Fitch Ratings ຍົກລະດັບແງ່ຫວັງຂຶ້ນເປັນ “ຕັ້ງໜ້າ” ນັ້ນໄດ້ເປັນການສ່ອງແສງໃຫ້ເຫັນຄວາມສາມາດຟື້ນຟູການເຕີບໂຕຂອງຫວຽດນາມ, ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍປະເທດຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຂຶ້ນກັບກຸ່ມບັນດາປະເທດລະດັບ BB ທີ່ສາມາດຮັກສາການເຕີບໂຕເປັນບວກ ຢູ່ໃນລະດັບ 2,91% ໃນປີ 2020, ໃນສະພາບເກີດໂລກລະບາດໂຄວິດ-19. Fitch Ratings ຄາດຄະເນວ່າ, ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສູ້ຊົນບັນລຸລະດັບເຕີບໂຕສູງ, ຫຼຸດຜ່ອນຄວາມແຕກໂຕນ GDP ຄິດສະເລ່ຍຕໍ່ຫົວຄົນເມື່ອທຽບໃສ່ບັນດາປະເທດທີ່ໄດ້ຈັດອັນດັບດຽວກັນກັບຫວຽດນາມ, ດັດປັບການເງິນພາກລັດກວ່າອີກ ຜ່ານການປັບປຸງນະໂຍບາຍງົບປະມານໃຫ້ໝັ້ນຄົງ ແລະ ມີຄວາມສະຖຽນລະພາບໜີ້ສຳລັບໄລຍະກາງ ຈະແມ່ນບັນດາປັດໃຈຕັ້ງໜ້າຊ່ວຍໃຫ້ຫວຽດນາມ ດັດປັບການຈັດອັນດັບຄວາມໄວ້ວາງໃຈແຫ່ງຊາດໃນໄລຍະຈະມາເຖິງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ