ອົງການຊາວໜຸ່ມຕ້ອງເອົາໃຈໃສ່ເຖິງວຽກງານເລີ່ມດຳເນີນອາຊີບໃຫ້ຊາວໜຸ່ມກ່ວາອີກ

ອົງການຊາວໜຸ່ມຕ້ອງເອົາໃຈໃສ່ເຖິງວຽກງານເລີ່ມດຳເນີນອາຊີບໃຫ້ຊາວໜຸ່ມກ່ວາອີກ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/9, ຢູ່​ຮ່າ​ໂນ​້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ມີ​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈ​ີ​ມິນ. ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ ດ້ວຍ​ບົດ​ບາດ​ຂອງ​ຕົນ, ໄລ​ຍະ​ຈະ​ມາ​ເຖິງ, ຄະ​ນະ​ຊາວ​ໜຸ່ມ​ຕ້ອງ​ເອົາ​ໃຈ​ໃສ່​ເຖິ​ງວຽກ​ງານ​ເລີ່ມ​ດຳ​ເນີນ​ອາ​ຊີບ​ໃຫ້​ຊາວ​ໜຸ່ມ, ຍົກ​ສູງຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ໜຸ່ມ​ຂຶ້ນ​ເຖິງ 3,6 ລ້ານ​ແຫ່ງ. ທ່ານ​ກ່າວ​ວ່າ:

        “ກ່ຽວ​ກັບ​ບັນ​ຫາ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ສະ​ຫ​ະ​ກອນ​ແບບ​ໃໝ່, ປະ​ຈຸ​ບັນ​ມີ​ສະ​ຫະ​ກອນ​ຂ​ອງ​ຊາວ​ໜຸ່ມ​ກ່​ວາ 200 ແຫ່ງ. ແຕ່ນີ້​ຮອດ​ທ້າຍ​ປີ ສະ​ເໜີ​ໃຫ້​ສະ​ຫະ​ພັນ​ສະ​​ຫະ​ກອນ ພ້ອມ​ກັບ​ຊາວ​ໜຸ່ມ, ແມ່​ຍິງ, ນັກ​ຮົບ​ເກົ່າ, ສະ​ມາ​ຄົມ​ຊາວ​ກະ​ສິກອ​ນ ມີ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສ້າງ​ສະ​ຫະ​ກອນ​ແບບ​ໃ​ໝ່​ເພື່ອ​ກະ​ກຽມ​ໂຄງ​ການປຶກ​ສາ​ການ​ເມືອງກໍ່​ສ​້າງ​ສະ​ຫະ​ກອນ​ໃຫ້​ປີ​ໜ້າ. ໃນ​ການ​ເລີ່ມ​ດຳ​ເນີນ​ອາ​ຊີບຂອງ​ຊາວ​ໜຸ່ມ, ຮູບ​ແບບນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ. ເມື່ອ​ສະ​ຫະ​ກອ​ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕ້ອງ​ມີ​ນັກ​ວິ​ສະ​ວະ​ກອນ​ກະ​ສິ​ກຳ, ຄາວນັ້ນ​ຈະ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ນັກ​ວິ​ສາ​ວະ​ກອນ​ກະ​ສິກ​ຳຫຼາຍ​ຄົນ.”


ຂ່າວ/ບົດ​ອື່ນ