ອົງການຍຸຕິທຳຕ້ອງແມ່ນບ່ອນອິງຂອງປະຊາຊົນຢ່າງແທ້ຈິງ

ອົງການຍຸຕິທຳຕ້ອງແມ່ນບ່ອນອິງຂອງປະຊາຊົນຢ່າງແທ້ຈິງ - ảnh 1

​ປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງກັບຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/12, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ ”ສະຫຼຸບ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ໄອ​ຍະ​ການ​ປະຊາຊົນ​ປີ 2002 ​ແລະ ປະມວນ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ອາຍາ​ປີ 2003. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຍຸຕິ​ທຳ, ຖື​ວ່າ:

”ນີ້​ແມ່ນ​ກົດໝາຍ​ສອງ​ສະບັບ​ທີ່​ມີ​ຄວາມ​ສຳຄັນ​ຍິ່ງ, ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຍຸຕິ​ທຳ​ເວົ້າ​ລວມ ​ແລະ ​ໄອ​ຍະ​ການ​ປະຊາຊົນ​ເວົ້າ​ສະ​ເພາະ; ກ່ຽວຂ້ອງ​ເຖິງ​ການ​ຈັບ​ຕົວ, ກັກ​ຂັງ, ພິພາກສາມະນຸດ. ດັ່ງ​ນັ້ນ, ໜຶ່ງ​ໃນ​ບັນດາ​ຄວາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ໃນ​ການ​ສ້າງ​ກົດໝາຍ​ນີ້​ແມ່ນ​ຕ້ອງ​ມີ​ການ​ສະຫຼຸບ​ຢ່າງ​ຄົບ​ຖ້ວນ, ​ເລິກ​ເຊິ່ງ, ຮອບດ້ານ , ບົນ​ພື້ນຖານ​ນັ້ນ​ສະ​ເໜີ​ສືບ​ຕໍ່​ບັນດາ​ຂໍ້​ກຳນົດ​ທີ່​ພວມ​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດທີ່​ຕັ້ງໜ້າ, ພ້ອມ​ທັງ​ກຳນົດ​ບັນດາ​ບັນຫາ​ຄວນ​ປັບປຸງ, ​ເພີ່ມ​ເຕີມ, ຮັບປະກັນ​ເໝາະ​ສົມ​ກັບ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ບັນດາ​ເງື່ອນ​ໄຂ​ອັນ​ລະອຽດ​​ໃນ​ທຸກ​ດ້ານຢູ່​ປະ​ເທດ​ເຮົາ”

ທ່ານ​ປະທານ​ຍັງ​ຖື​ວ່າ, ບັນຫາ​ທີ່​ມີ​ລັກສະນະ​ຕັດສິນ​ສຳລັບ​ຂະ​ແໜງ​ຍຸ​ຕິ​ທຳ ​ແມ່ນ​ຕ້ອງ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ, ມີ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງທາງ​ດ້ານ​ກົດໝາຍ, ​ແລະ ​ເກັ່ງ​ດ້ານ​ວິຊາ​ການ. ດັ່ງ​ນັ້ນ​ຕ້ອງ​ກວດຄືນ​ເພື່ອ​ປັບປຸງ ​ເພີ່ມ​ເຕີມ​ບັນດາ​ມາດຖານ​ສຳລັບ​ພະນັກງານ​ໄອ​ຍະ​ການ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ຕໍ່ສູ້​ຕ້ານ​ອາດ​ສະຍະ​ກຳ ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ