ອົງການພັດທະນາຝລັ່ງຫນູນຊ່ວຍພັດທະນາຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດຂອງສິນຄ້າຢູ່ຫວຽດນາມ

ອົງການພັດທະນາຝລັ່ງຫນູນຊ່ວຍພັດທະນາຂໍ້ມູນຂ່າວກ່ຽວກັບຕົ້ນກຳເນີດຂອງສິນຄ້າຢູ່ຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)- ​ ​ວັນ​ທີ 11/11, ຢູ່ ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ສົມ​ທົບ​ກັບ​ອົງ​ການ​ພັດ​ທະ​ນາ​ຝ​ລັ່ງ (AFD) ເລີ່ມ​ປະ​ຕິ​ບັດ​ໂຄງ​ການ “ຫນູນ​ຊ່ວຍ​ພັດ​ທະ​ນາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ສິນ​ຄ້າ​ຢູ່​ຫວຽດ​ນາມ”. ຈຳ​ນວນ​ທຶນ​ເພື່ອ​ປະ​ຕິ​ບັດໂຄ​ງ​ການ​ດັ່ງ​ກ່າວແມ່ນ ເກືອບ 1,3 ລ້ານ USD, ໃນ​ນັ້ນ ແຫລ່ງ​ທຶນ ອົງ​ການ AFD ອຸ​ປະ​ຖຳ​ກວ່າເກືອບ 1,1 ລ​້ານ USD ເພື່ອ​ປັບ​ປຸງ​ລະ​ບົບ​ຈົດ​ທະ​ບຽນ, ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ​ຜ່ານ​ການ​ສ້າງວິ​ທີ​ການ​ສຳ​ພັດ​ໃຫມ່ ແລະ ບົດ​ຮຽນ​ຂອງ ເອີ​ລົບ, ພິ​ເສດ​ແມ່ນ ຝ​ລັ່ງ ພ້ອມ​ທັງ ຊ່ວຍ​ໃຫ້​ຫວຽດ​ນາມ ກ້າວ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກໃນ​ການ​ຈົດ​ທະ​ບຽນ ແລະ ຄຸ້ມ​ຄອງ ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ. ທ່ານ ເຈີ​ນ​ຫວຽດ​ແທງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ຫົວ​ຫນ້າ​ກົມ​ຊັບ​ສິນ​ທາງ​ປັນ​ຍາ ຖື​ວ່າ: ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ແບບ​ຍືນ​ຍົງ ແລະ ເລິກ​ເຊິ່ງ, ຫວຽດ​ນາ ຄວນ​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​, ເປັນ​ຕົ້ນ​ແມ່ນ​ການ​ຜະ​ລິດ, ຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເປັນ​ການ​ຄ້າ.

 “ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຄວນ​ມີ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ເໝາະ​ສົມ ເພື່ອ​ໃຫ້​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ​ກາຍ​ເປັນ​ເຄື່ອງ​ມື​ຊຸກ​ຍູ້​ການ​ຜະ​ລິດ, ຫັນ​ຜະ​ລິດ​ຕະ​ພັນ​ເປັນ​ການ​ຄ້າ. ພ້ອມ​ທັງ ຄວນ​​ມີ​ບາດ​ກ້າວບຸກ​ທະ​ລຸໃຫມ່​ໃນ​ວິ​ທີ​ທິດ​ສະ​ດີ​ຕະ​ຫລອດ​ຮອດ​ບັນ​ຫາ​ນະ​ໂຍ​ບາຍ ແລະ ພຶດ​ຕິ​ກຳ.”

ຂ່າວ/ບົດ​ອື່ນ