ອີຍີບຊຸກຍູ້ການໄກ່ເກ່ຍປ່ອງດອງຊາດຢູ່ປາແລດສຕິນ
(ພາບປະກອບ: THX/TTXVN)
(vovworld) - ວັນທີ 10/06, ໂຄສົກກະຊວງການຕ່າງປະເທດອີຍີບ Badr Abdel Attyແຈ້ງວ່າ, ກາຍໂຣ ພວມມານະພະຍາຍາມເພື່ອສືບຕໍ່ດຳເນີນຮອບເຈລະຈາໄກ່ເກ່ຍປ່ອງດອງຊາດລະຫວ່າງບັນດາຝ່າຍຢູ່ປາແລດສຕິນ. ທ່ານ Atty ໃຫ້ຮູ້ວ່າ, ໂດຍບໍ່ຫົວຊາຕໍ່ຫຼາຍເຫດການທີ່ສັບສົນພວມເກີດຂຶ້ນໃນພາກພື້ນ, ອີຍີບ ຍັງຖື ປາແລດສຕີນ ແມ່ນໜື່ງໃນບັນດາຄວາມສົນໃຈອັບດັບໜຶ່ງ ແລະ ຈະມານະພະຍາຍາມໜູນຊ່ວຍເພື່ອກ້າວໄປເຖິງການສ້າງຕັ້ງລັດປາແລດສຕິນ ເອກະລາດ ດ້ວຍນະຄອນຫຼວງແມ່ນ Jerusalem ຕາເວັນອອກ. ຕາມທ່ານ Atty ແລ້ວ, ຖ້າຫາກບໍ່ມີການໄກ່ເກ່ຍລະຫວ່າງ Hamas ແລະ Fatah, ສັງຄົມປາແລດສຕິນ ຈະສືບຕໍ່ຖືກແບ່ງແຍກ, ສະນັ້ນຕ້ອງມີກຳລັງດັ່ນຕື່ມອີກ ເພື່ອບັງຄັບໃຫ້ຝ່າຍຕ່າງໆເຈລະຈານຳກັນ ແລະ ຫຼຸດຜ່ອນຄວາມບໍ່ລົງລອຍກັນ ເພື່ອກະກ່ຽມໃຫ້ຮອບເຈລະຈາສັນຕິພາບກັບອິດສຣາແອນ ໃນອະນາຄົດ.