ອັດ “ຊຸມມື້ຫວຽດນາມ ຢູ່ຍີ່ປຸ່ນປີ 2013“

ອັດ “ຊຸມມື້ຫວຽດນາມ ຢູ່ຍີ່ປຸ່ນປີ 2013“ - ảnh 1
(ຊຸມ​ມື້​ຫວຽດນາມ​ຢູ່​ຍີ່ປຸ່ນ​ປີ 2013)

(vovworld) – ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ຍີ່ປຸ່ນ (21/9/1973-21/9/2013) ​ແລະ ​ໃນ​ຂອບ​ເຂດ​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ 2013, ​ເຫດການ “ຊຸມ​ມື້​ຫວຽດນາມ​ຢູ່​ຍີ່ປຸ່ນ​ປີ 2013“ ຖືກ​​ຈັດ​ຕັ້ງ​​ໃນ​ລະຫວ່າງ​ວັນ​ທີ 12 – 22/9, ຢູ່ 5 ນະຄອນ​ຂອງ​ຍີ່ປຸ່ນ. ນີ້​ແມ່ນ​ລາຍການ​ໂຄສະນາ​ສັງ​ລວມຂອງ​ຫວຽດນາມ, ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ທີ່​ໄດ້​ຈັດ​ຕັ້ງ​ຢູ່​ຕ່າງປະ​ເທດ, ດ້ວຍ​ການ​ເຄື່ອນ​ໄຫວ​ການ​ເມືອງ, ​ເສດຖະກິດ ​ແລະ ​ແລກປ່ຽນ​ວັດທະນະທຳ​ທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ. ບັນດາ​ລາຍການ​ສິລະ​ປະ ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ໄດ້​ແນະນຳ​​ໃຫ້​ເພື່ອນ​ມິດ​ຍີ່ປຸ່ນ​ໄດ້​ຮັບ​ຊາບກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຫວຽດນາມ​ທີ່​ສວຍ​ງາມ, ຂະຫຍັນ​ຂັນ​ເຂື່ອນ , ຊາວ​ຫວຽດນາມ​ມີ​ຄວາມ​ສະໜິດສະໜົມ, ກໍ່​ຄື​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ພິ​ເສດ​ແມ່ນ​ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ກັບ​ຍີ່ປຸ່ນ. ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ຕ່າງໆກໍ່​ຖືກ​ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ນັກທຸລະກິດ ​ແລະ ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ຍີ່ປຸ່ນ ​ແລະ ຫວຽດນາມ “ຊຸມ​ມື້​ຫວຽດນາມ​ຢູ່​ຍີ່ປຸ່ນ​ປີ 2013“ ​ໄດ້​ດຳ​ເນີນ​ໄປ​ສຳ​ເລັດ​ຜົນ, ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ຊາວ​ຍີ່ປຸ່ນ​ນັບ​ແສນ​ຄົນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ອັນ​ດີງາມ​ຫວຽດນາມ - ຍີ່ປຸ່ນ.

 

 

 

 

 

 

ຂ່າວ/ບົດ​ອື່ນ