ກອງປະຊຸມການຕ່າງປະເທດຄັ້ງທີ 27 ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 19/12 ຢູ່ ຮ່າໂນ້ຍ ພາຍຫລັງເຮັດວຽກມາເປັນເວລາໜຶ່ງອາທິດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິນມິນ ຢືນຢັນວ່າ: ກອງປະຊຸມການຕ່າງປະເທດນີ້ ແມ່ນເວທີປາໄສແລກປ່ຽນຄວາມເຫັນ, ຖອດຖອນບົດຮຽນ ແລະ ວາງອອກບັນດາທິດທາງ, ແຜນການປະຕິບັດງານໃຫ້ແກ່ໄລຍະທີ່ຈະມາເຖິງຢ່າງແທດຈິງ. ບັນດາບົດລາຍງານ, ບົດທາບທາມຄວາມເຫັນທີ່ກອງປະຊຸມແມ່ນອຸດົມສົມບຸນ, ໃນນັ້ນບັນດາຜູ້ແທນໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບສະພາບການໂລກ ກໍ່ຄື ກາລະໂອກາດ, ສິ່ງທ້າທາຍທີ່ມີຕໍ່ຄວາມສະຫງົບປອດໄພ ແລະ ການພັດທະນາຂອງປະເທດຊາດ.
“ກອງປະຊຸມໄດ້ຊາບຊຶມ, ຜັນຂະຫຍາຍແນວທາງການພົວພັນການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ, ຜັນຂະຫຍາຍການປະຕິບັດໂຄງການການເມືອງ ປີ 1991 ສະບັບປັບປຸງ ແລະ ເພີມເຕີ່ມ, ຜັນຂະຫຍາຍ ແລະ ປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດ ໄລຍະ 2011 – 2020. ດ້ວຍຈິດໃຈແທດຈິງ ແລະ ມີປະສິດທິຜົນ, ກອງປະຊຸມການຕ່າງປະເທດຄັ້ງທີ 27 ກໍ່ໄດ້ປ່ຽນໃໝ່ຫລາຍຢ່າງ, ນັ້ນແມ່ນ ເປັນຄັ້ງທຳອິດ ທີ່ໄດ້ຈັດຕັ້ງ ກອງປະຊຸມ ພົວພັນຕ່າງປະເທດ ກັບ ກອງປະຊຸມການຕ່າງປະເທດ"
ກອງປະຊຸມໄດ້ເຫັນດີຮັບຮອງເອົາ “ໂຄງການດຳເນີນງານປະຕິບັດໝາກຜົນກອງປະຊຸມການຕ່າງປະເທດຄັ້ງທີ 27”, ໃນນັ້ນໄດ້ວາງອອກທິດທາງ ແລະ ເນື້ອໃນລະອຽດຂອງ 4 ວຽກງານຈຸດສຸມນັ້ນແມ່ນ: ການຕ່າງປະເທດດ້ານການເມືອງ, ການຕ່າງປະເທດດ້ານເສດຖະກິດ, ການຕ່າງປະເທດດ້ານວັດທະນະທຳ ແລະ ວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດ.