ອັດກອງປະຊຸມການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມ - ກຳປູເຈຍ

ອັດກອງປະຊຸມການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມ - ກຳປູເຈຍ - ảnh 1
ກອງ​ປະຊຸມ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​
ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳ​ປູ​ເຈຍ ອັດ​ລົງຢ່າງ​ຈົບ​ງາມ
 (ພາບ: cpv.org.vn )

(vovworld) -     ກອງ​ປະຊຸມ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳ​ປູ​ເຈຍ, ​ທີ່​ດຳ​ເນີນ​ໄປ​ຢູ່​ນະຄອນ​​ໂຮ່ຈິ​ມິນ,​ ໄດ້​ອັດ​ລົງຢ່າງ​ຈົບ​ງາມ ​ແລະ ອອກ​​​ແຈ້ງ​ການ​ຮ່ວມ​ຂອງ​ 2 ສະພາ​ແຫ່ງ​ຊາດ ​ໃນ​ວາລະ​ອັດ​ກອງ​ປະຊຸມ​ເມື່ອ​ຕອນ​ບ່າຍ​ວັນ​ທີ 23/8. ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດກ​ອງປະຊຸມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Huynh Ngoc Son ​ໄດ້​ຢືນຢັນວ່າ ກາ​ນສຳ​ເລັດ​ຂອງ​ກອງ​ປະຊຸມ ​ແມ່ນ​ບາດ​ກ້າວທີ່​ສຳຄັນ​ເພື່ອ​ສືບ​ຕໍ່​ປັບປຸງ, ພັດທະນາ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ກຳປູ​ເຈຍ, ຖື​ວ່າ ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລຳ​ຄ່າຕ້ອງ​ໄດ້​ຮັບ​ການ​ຮັກສາ, ພັດ​ທະນາ ​ແລະ ສືບ​ທອດ​ໃຫ້​ລຸ້ນຕໍ່ໆ​ໄປ. ກອງ​ປະຊຸມ​ໄດ້​​ເຫັນ​ດີ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ອົງການ​ນິຕິບັນຍັດ​ກວ່າ​ອີກ ຕາມ​ທິດ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມືລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອ​ວັນທີ 22/7/2012 ຢູ່​ທີ່​ຮ່າ​ໂນ້ຍ; ສືບ​ຕໍ່ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ສະມາຊິກສະພາ​ແຫ່ງ​ຊາດ 2 ປະ​ເທດ​ຫວຽດນາມ - ກຳ​ປູ​ເຈຍ, ກຳປູ​ເຈຍ - ຫວຽດນາມ ກວ່າ​ອີກ, ​ເພື່ອ​ສ້າງ​​ເງື່ອນ​ໄຂ​ໃຫ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນລະຫວ່າງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດມິດຕະພາບ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ; ສົມທົບ​ກັນ​ຢູ່ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​​ພາກ​ພື້ນ ​ແລະ ສາກົນທີ່​ມີ​​ຕໍ່​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​​ເຖິງສອງ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ; ສົມທົບ​ກັນ​ຕິດຕາມ​ກວດກາ​ ການ​ປະຕິບັດ​ບັນຫາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສັງຄົມ, ວັດທະນະທຳ, ການ​ສຶກສາ… ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງປະຊາຊົນ​ສອງ​ຊາດ. ສ່ວນ​ທ່ານ​ຮອງ​ປະທານ​ສະພາ​ສູງ​ລາຊະ​ອານາຈັກ​ກຳປູ​ເຈຍ Tep Ngorn ກໍ່ຊີ້​ແຈ້ງ​ວ່າ ການຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ກຳປູ​ເຈຍ - ຫວຽດນາມ ​ແລະ ປີ​ມິດຕະພາບ ກຳປູ​ເຈຍ - ຫວຽດນາມ ​ໃນ​​ໂອກາດ​ນີ້​ແມ່ນ​ສັນຍາ​ລັກອັນ​ສູງ​ສົ່ງສະ​ແດງ​ໃຫ້​ເຫັນນຳ​ໃຈ​ມິດຕະພາບ, ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ກຳປູ​ເຈຍ - ຫວຽດນາມ ​ໃນ​​ປະຈຸ​ບັນ ກໍ​ຄື​ໃນ​ອະນາຄົດ ​ແມ່ນ​ໝັ້ນຄົງ, ຍາວ​ນານ, ບໍ່​ສາມາດ​ຕັດ​ແຍກ​ອອກ​ໄດ້.

ກອງ​ປະຊຸມ​ການ​ພົວພັນ​ມິດຕະພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ສອງ​ອົງການ​ນິຕິ​ບັດ​ນຍັດ​ຫວຽດນາມ - ກຳ​ປູ​ເຈຍ ​ແມ່ນຈະພ້ອມ​ກັບ​ລັດຖະບານ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ສ້າງ​ອາ​ຊຽນ​ໃຫ້​ມີ​ຄວາມ​ສາມັກ​ຄີ, ​ໝັ້ນຄົງ, ເຂັ້ມ​ແຂງ, ​ເຄົາລົບ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັນ​ຢ່າງກົມ​ກຽວລະຫວ່າງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ກັບ ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ, ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ຈຸດໝາຍ​ລວມ​ແມ່ນ ສັນຕິພາບ, ຄວາມ​ສະຫງົບປອດ​ໄພ, ການຮ່ວມ​ມື ​ແລະ ພັດທະນາ. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ, ສະພາ​ສູງ​ກຳປູ​ເຈຍ ​​ສະໜັບສະໜູນ​ທັດສະນະ​ຂອງ​ລັດຖະບານສອງ​ປະ​ເທດ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ 2 ຝ່າຍ​ກໍ​ຄື​ແລກປ່ຽນ​ກ່ຽວ​ກັບ​ບັນດາບັນຫາ​ພາກ​ພື້ນ ​ແລະ ສາກົນກວ່າ​ອີກ.

ຂ່າວ/ບົດ​ອື່ນ